ອາເມລິກາ ລົງໂທດບັນດາບໍລິສັດຂອງລັດເຊຍແລະຈີນ ທີ່ກ່ຽວຂ້ອງເຖິງອີຣານ

(VOVWORLD) - ອາເມລິກາ ໄດ້ແຈ້ງໃຫ້ຊາບວ່າໄດ້ລົງໂທດ 4 ບໍລິສັດຂອງລັດເຊຍ ແລະ ຈີນ ເຊິ່ງວໍຊິງຕັນ ຖືແມ່ນໄດ້ໜູນຊ່ວຍພັດທະນາໂຄງການລູກສອນໄຟ.

ອາເມລິກາ ລົງໂທດບັນດາບໍລິສັດຂອງລັດເຊຍແລະຈີນ ທີ່ກ່ຽວຂ້ອງເຖິງອີຣານ - ảnh 1 ທ່ານລັດຖະມົນຕີການຕ່າງປະເທດອາເມລິກາ Mike Pompeo

(ພາບ: AFP/TTXVN)

ວັນທີ 27 ພະຈິກ, ອາເມລິກາ ໄດ້ແຈ້ງໃຫ້ຊາບວ່າໄດ້ລົງໂທດ 4 ບໍລິສັດຂອງລັດເຊຍ ແລະ ຈີນ ເຊິ່ງວໍຊິງຕັນ ຖືແມ່ນໄດ້ໜູນຊ່ວຍພັດທະນາໂຄງການລູກສອນໄຟ. ທ່ານລັດຖະມົນຕີການຕ່າງປະເທດອາເມລິກາ Mike Pompeo ຖະແຫຼງວ່າ, ບັນດາບໍລິສັດດັ່ງກ່າວ “ໄດ້ຂົນສົ່ງເຕັກໂນໂລຊີ ແລະ ວັດສະດຸມີຄວາມສະດຸ້ງໄວ້ໃຫ້ແກ່ໂຄງການລູກສອນໄຟຂອງອີຣານ” ແລະ ຈະຕ້ອງຮັບຜິດຊອບຕໍ່ບັນດາຂໍ້ກຳນົດຈຳກັດກ່ຽວກັບການສົ່ງອອກ ແລະ ຮັບອຸປະຖຳຈາກລັດຖະບານອາເມລິກາ ເປັນເວລາ 2 ປີ. ຖະແຫຼງການກໍ່ເນັ້ນໜັກວ່າ, ອາເມລິກາ ຈະສືບຕໍ່ນຳໃຊ້ບັນດາມາດຕະການລົງໂທດເພື່ອກີດຂວາງໂຄງການລູກສອນໄຟຂອງອີຣານ. ໃນຈຳນວນ 4 ບໍລິສັດນັ້ນ, ມີ 2 ບໍລິສັດແມ່ນມີສຳນັກງານຕັ້ງຢູ່ຈີນ, 2 ບໍລິສັດແມ່ຍມີສຳນັກງານຕັ້ງຢູ່ລັດເຊຍ.

ຕອບກັບ

ຂ່າວ/ບົດ​ອື່ນ