ອາເມລິກາ, ລັດເຊຍ ບັນລຸຄວາມກ້າວໜ້າໃນການເຈລະຈາບັນຫາຄວບຄຸມອາວຸດ

(VOVWORLD) -  ວັນທີ 05 ສິງຫາ, ທ່ານລັດຖະມົນຕີການຕ່າງປະເທດ ອາເມລິກາ Mike Pompeo ໄດ້ປະກາດວ່າ ໃນໄລຍະມໍ່ໆມານີ້ ປະເທດນີ້ ແລະ ລັດເຊຍ ບັນລຸໄດ້ຄວາມກ້າວໜ້າໃນບັນຫາຄວບຄຸມອາວຸດນິວເຄຼຍ, ພ້ອມທັງສະແດງຄວາມຫວັງວ່າ ຈີນ ຈະຕັດສິນໃຈເຂົ້າຮ່ວມບັນດາການປຶກສາຫາລືນີ້.
ອາເມລິກາ, ລັດເຊຍ ບັນລຸຄວາມກ້າວໜ້າໃນການເຈລະຈາບັນຫາຄວບຄຸມອາວຸດ - ảnh 1ທ່ານປະທານາທິບໍດີ ລັດເຊຍ Vladimir Putin ແລະ ຄູ່ຕຳແໜ່ງ ອາເມລິກາ (ພາບ: AFP/TTXVN)

        ກ່ອນໜ້ານັ້ນ, ກະຊວງການຕ່າງປະເທດ ອາເມລິກາ ກໍ່ໄດ້ປະກາດວ່າ ຄະນະປະຕິບັດງານຂອງ ລັດເຊຍ ແລະ ອາເມລິກາ ໄດ້ພົບປະກັນຢູ່ ວຽນ (ປະເທດໂອຕາລິດ) ໃນລະຫວ່າງວັນທີ 28 – 30 ກໍລະກົດ ເພື່ອຈັດກອງປະຊຸມວຽກງານກ່ຽວກັບການຄວບຄຸມອາວຸດນິວເຄຼຍ. ເມື່ອເດືອນ ມິຖຸນາ, 2 ຝ່າຍກໍ່ໄດ້ດຳເນີນບັນດາການປຶກສາຫາລືກ່ຽວກັບເລື່ອງຄວບຄຸມອາວຸດ ແລະ ສ້າງຍຸດທະສາດເປັນປົກກະຕິຢູ່ ວຽນ ແຕ່ບໍ່ບັນລຸໄດ້ຄວາມຄືບໜ້າໃນການຕໍ່ກຳນົດເວລາສົນທິສັນຍາຫລຸດຜ່ອນອາວຸດຍຸດທະສາດໃໝ່ (ຫຼືເອີ້ນຫຍໍ້ວ່າ START ໃໝ່).

ຕອບກັບ

ຂ່າວ/ບົດ​ອື່ນ