ອາເມລິກາ: ສະມາຊິກສະພາຕ່ຳສັງກັດພັກປະຊາທິປະໄຕ 150 ທ່ານສະໜັບສະໜູນການເຂົ້າຮ່ວມຂໍ້ຕົກລົງນິວເຄຼຍກັບອີຣານ ຄືນໃໝ່

(VOVWORLD) -ເນື້ອໃນຂອງຈົດໝາຍດັ່ງກ່າວໄດ້ຢືນຢັນການສະໜັບສະໜູນຕໍ່ເລື່ອງປະຕິບັດຂັ້ນຕອນການທູດທີ່ຈຳເປັນໂດຍໄວ

ອາເມລິກາ: ສະມາຊິກສະພາຕ່ຳສັງກັດພັກປະຊາທິປະໄຕ 150 ທ່ານສະໜັບສະໜູນການເຂົ້າຮ່ວມຂໍ້ຕົກລົງນິວເຄຼຍກັບອີຣານ ຄືນໃໝ່ - ảnh 1ໂຮງງານນິວເຄຼຍ Natanz ຂອງອີຣານ

(ພາບປະກອບ: TTXVN)

 ຢ່າງໜ້ອຍສຸດມີສະມາຊິກພັກປະຊາທິປະໄຕຢູ່ສະພາຕ່ຳ 150 ທ່ານ ໄດ້ພ້ອມກັນລົງລາຍເຊັນໃນຈົດໝາຍສະແດງການສະໜັບສະໜູນຕໍ່ເລື່ອງທ່ານ Joe Biden, ປະທານາທິບໍດີໄດ້ຮັບໄຊຊະນະໃນການເລືອກຕັ້ງອາເມລິກາ ຊຸກຍູ້ການລົງນາມໃນຂໍ້ຕົກລົງນິວເຄຼຍກັບອີຣານ ຄືນໃໝ່. ບັນດາສະມາຊິກຂອງພັກປະຊາທິປະໄຕຖືວ່າ, ຄວາມມານະພະຍາຍາມຂອງທ່ານ Biden ເພື່ອເຂົ້າຮ່ວມຂໍ້ຕົກລົງສາກົນຄືນໃໝ່ ຖ້າຫາກ ອີຣານ ກັບຄືນມາປະຕິບັດສັນຍາ ຄວນໄດ້ນຳໃຊ້ຄືນກັບການເລີ່ມຕົ້ນໃຫ້ແກ່ບັນດາການເຈລະຈາຄັ້ງຕໍ່ໄປ ເພື່ອແນໃສ່ແກ້ໄຂ “ບັນດາການກະທຳເປັນຜົນຮ້າຍອື່ນ” ຂອງເຕເຮຣານ. ເນື້ອໃນຂອງຈົດໝາຍດັ່ງກ່າວໄດ້ຢືນຢັນການສະໜັບສະໜູນຕໍ່ເລື່ອງປະຕິບັດຂັ້ນຕອນການທູດທີ່ຈຳເປັນໂດຍໄວ ເພື່ອຟື້ນຟູຂໍ້ຜູກມັດທີ່ມີຕໍ່ໂຄງການນິວເຄຼຍຂອງອີຣານ ແລະ ນຳທັງອີຣານ ແລະ ອາເມລິກາ ປະຕິບັດແຜນການດຳເນີນງານຮ່ວມຢ່າງຮອບດ້ານ (JCPOA) ຄືດັ່ງຈຸດເລີ່ມຕົ້ນຂອງການເຈລະຈາຄັ້ງຕໍ່ໄປ.

ຕອບກັບ

ຂ່າວ/ບົດ​ອື່ນ