ອາເມລິກາ ສະໜັບສະໜູນຄວາມມານະພະຍາຍາມ ຂອງ ອາຊຽນ ຮັກສາຄວາມເປັນລະບຽບຮຽບຮ້ອຍອີງໃສ່ກົດໝາຍ ຢູ່ມະຫາສະໝຸດອິນເດຍ - ປາຊີຟິກ

(VOVWORLD) - ທ່ານເອກອັກຄະລັດຖະທູດ  Yohannes Abraham ຢັ້ງຢືນການພົວພັນຄູ່ຮ່ວມມື ອາເມລິກາ - ອາຊຽນ ແກ່ຍາວເປັນເວລາ 45 ປີຜ່ານມາອີງໃສ່ບັນດາຄຸນຄ່າ ແລະ ຫຼັກການລວມ...
 
ອາເມລິກາ ສະໜັບສະໜູນຄວາມມານະພະຍາຍາມ ຂອງ ອາຊຽນ ຮັກສາຄວາມເປັນລະບຽບຮຽບຮ້ອຍອີງໃສ່ກົດໝາຍ ຢູ່ມະຫາສະໝຸດອິນເດຍ - ປາຊີຟິກ - ảnh 1ທ່ານ Yohannes Abraham, ເອກອັກຄະລັດຖະທູດ ອາເມລິກາ ປະຈຳ ອາຊຽນ
(ພາບ:Antara)

ຜົນປະໂຫຍດແຫ່ງຊາດຂອງ ອາເມລິກາ ແມ່ນເຫັນ ສະມາຄົມປະຊາຊາດອາຊີຕາເວັນອອກສ່ຽງໃຕ້ (ອາຊຽນ) ວັດທະນາຖາວອນ, ເອກະລາດ, ໝັ້ນຄົງເຂັ້ມແຂງ. ອາເມລິກາ ສະໜັບສະໜູນບັນດາຄວາມມານະພະຍາຍາມຂອງ ອາຊຽນ ເພື່ອແນໃສ່ຮັກສາຄວາມເປັນລະບຽບຮຽບຮ້ອຍສາກົນ ໂດຍອີງໃສ່ກົດໝາຍຢູ່ມະຫາສະໝຸດອິນເດຍ - ປາຊີຟິກ. ນີ້ແມ່ນການຢັ້ງຢືນຂອງທ່ານ Yohannes Abraham, ເອກອັກຄະລັດຖະທູດ ອາເມລິກາ ປະຈຳ ອາຊຽນ ທີ່ການພົບປະກັບສື່ມວນຊົນໃນວັນທີ 26 ພຶດສະພາ, ຢູ່ຈາກາຕາ, ປະເທດ ອິນໂດເນເຊຍ.

        ທ່ານເອກອັກຄະລັດຖະທູດ  Yohannes Abraham ຢັ້ງຢືນການພົວພັນຄູ່ຮ່ວມມື ອາເມລິກາ - ອາຊຽນ ແກ່ຍາວເປັນເວລາ 45 ປີຜ່ານມາອີງໃສ່ບັນດາຄຸນຄ່າ ແລະ ຫຼັກການລວມ, ລວມມີລະບົບກົດໝາຍ, ສັນຍາ ແລະ ຂໍ້ກຳນົດສາກົນ,  ກໍ່ຄືປົກປ້ອງສິດປະຊາທິປະໄຕຂອງບັນດາປະເທດ. ອາເມລິກາ ຕີລາຄາສູງການຮ່ວມມືກັບ ອາຊຽນ ເພື່ອຊຸກຍູ້, ປົກປ້ອງ ແລະ ເພີ່ມທະວີລະບົບກົດໝາຍ, ຂໍ້ຕົກລົງ ແລະ ຫຼັກການສາກົນອີງໃສ່ກົດລະບຽບ. ອາເມລິກາ ປາດຖະໜາຢາກຊອກຫາບັນດາກາລະໂອກາດຊຸກຍູ້ການຮ່ວມມືກັບ ອາຊຽນໃນອະນາຄົດ. ຕາມທ່ານເອກອັກຄະລັດຖະທູດແລ້ວ, ອາຊີຕາເວັນອອກສ່ຽງໃຕ້ ແມ່ນພາກພື້ນສຳຄັນ ແລະ ຂະຫຍັນຂັນເຄື່ອນ, ສວມບົດບາດໃຈກາງໃນການຮັບປະກັນສະຖຽນລະພາບຂອງ ມະຫາສະໝຸດອິນເດຍ - ປາຊີຟິກ. ດັ່ງນັ້ນ, ອາເມລິກາ ຍາມໃດກໍ່ຈະຮ່ວມມືກັບ ອາຊຽນ ແລະ ຜ່ານ ອາຊຽນ, ເພື່ອສ້າງພາກພື້ນ ສັນຕິພາບ, ວັດທະນາຖາວອນ ແລະ ສະຖຽນລະພາບ.

ຕອບກັບ

ຂ່າວ/ບົດ​ອື່ນ