ອາເມລິກາ ອາດຈະຊັ່ງຊາບັນດາມາດຕະການລົງໂທດ ອີຣານ ຄືນໃໝ່
(VOVWORLD) -ວໍຊີງຕັນ ບໍ່ຈັດວາງຄໍາສັ່ງລົງໂທດ ເຕເຮຣານ ກ່ຽວກັບບັນດາແຫຼ່ງສະໜອງເງິນໜູນຊ່ວຍມະນຸດສະທໍາ ແລະ ອຸປະກອນການແພດ.
ທ່ານລັດຖະມົນຕີການຕ່າງປະເທດ ອາເມລິກາ Mike Pompeo (ພາບ: TTXVN) |
ເມື່ອຕອບສໍາພາດຕໍ່ສື່ມວນຊົນໃນວັນທີ 31 ມີນາ, ທ່ານລັດຖະມົນຕີການຕ່າງປະເທດ ອາເມລິກາ Mike Pompeo ໄດ້ເຕື້ອງເຖິງກໍລະນີ ອາເມລິກາ ຈະພິຈາລະນາຫຼຸດຜ່ອນບັນດາມາດຕະການລົງໂທດສໍາລັບ ອີຣານ ແລະ ບັນດາປະເທດອື່ນ ເພື່ອແນໃສ່ຊ່ວຍການປ້ອງກັນ ແລະ ສະກັດກັ້ນໂລກລະບາດ ໂຄວິດ - 19 ທີ່ພວມລະບາດຢ່າງຮ້າຍແຮງ. ເຖິງຢ່າງໃດກໍຕາມ, ທ່ານບໍ່ເຜີຍໃຫ້ຮູ້ກ່ຽວກັບສັນຍານລະອຽດໃນການປະຕິບັດແຜນການດັ່ງກ່າວ. ນອກຈາກນັ້ນ, ທ່ານລັດຖະມົນຕີການຕ່າງປະເທດ Mike Pompeo ກໍເນັ້ນໜັກວ່າ ວໍຊີງຕັນ ບໍ່ຈັດວາງຄໍາສັ່ງລົງໂທດ ເຕເຮຣານ ກ່ຽວກັບບັນດາແຫຼ່ງສະໜອງເງິນໜູນຊ່ວຍມະນຸດສະທໍາ ແລະ ອຸປະກອນການແພດ.
ໃນເຫດການທີ່ກ່ຽວຂ້ອງ, ໃນວັນດຽວກັນ, ຝລັ່ງ, ເຢຍລະມັນ ແລະ ອັງກິດ ໄດ້ສົ່ງອອກສິນຄ້າປະເພດອຸປະກອນການແພດ ໄປຍັງ ອີຣານ ໃນການແລກປ່ຽນຄ້າຂາຍຄັ້ງທໍາອິດ ທີ່ໄດ້ປະຕິບັດຕາມກົນໄກ ການຄ້າ ເຊິ່ງໄດ້ສ້າງຕັ້ງຂ້ຶນເພື່ອແລກປ່ຽນສິນຄ້າ ແລະ ສະບຽງອາຫານແບບມະນຸດສະທໍາ, ພາຍຫຼັງ ອາເມລິກາ ຖອນຕົວອອກຈາກຂໍ້ຕົກລົງນິວເຄຼຍ ເມື່ອປີ 2015.