ອາເມລິກາ ຮັບຮູ້ວ່າ ສປປ ເກົາຫຼີ ພ້ອມແລ້ວເຈລະຈາຍົກເລີກໂຄງການນິວເຄຼຍ

(VOVWORLD) - ວົງການເຈົ້າໜ້າທີ່ 2 ປະເທດ ພວມດຳເນີນການປະຊຸມລັບ ເພື່ອແນໃສ່ກະກຽມໃຫ້ແກ່ເຫດການປະຫວັດສາດນີ້.
ອາເມລິກາ ຮັບຮູ້ວ່າ ສປປ ເກົາຫຼີ ພ້ອມແລ້ວເຈລະຈາຍົກເລີກໂຄງການນິວເຄຼຍ - ảnh 1  ການນຳ ສປປ ເກົາຫຼີ Kim Jong  - un ແລະ ທ່ານປະທານາທິບໍດີ ອາເມລິກາ Donald Trump (ພາບ: AFP)

ອາເມລິກາ ໄດ້ຮັບຮູ້ວ່າ: ສປປ ເກົາຫຼີ ພ້ອມແລ້ວດຳເນີນການເຈລະຈາກ່ຽວກັບເລື່ອງຍົກເລີກໂຄງການອາວຸດນິວເຄຼຍ ໃນການພົບປະສຸດຍອດ 2 ຝ່າຍ, ຄາດວ່າ ຈະດຳເນີນໃນເດືອນ ພຶດສະພາ ຈະມາເຖິງ. ນີ້ແມ່ນແຫຼ່ງຂ່າວໂດຍທຳນຽບຂາວ ຍົກອອກມາໃນວັນທີ 8 ເມສາ. ວົງການເຈົ້າໜ້າທີ່ 2 ປະເທດ ພວມດຳເນີນການປະຊຸມລັບ ເພື່ອແນໃສ່ກະກຽມໃຫ້ແກ່ເຫດການປະຫວັດສາດນີ້.

        ໃນການພົບປະກັບວົງການເຈົ້າໜ້າທີ່ ສ. ເກົາຫຼີ ໃນເດືອນກ່ອນ, ການນຳ ສປປ ເກົາຫຼີ Kim Jong  - un ໄດ້ໃຫ້ຄຳໝັ້ນສັນຍາລົບລ້າງນິວເຄຼຍ ແລະ ຢາກພົບປະກັບທ່ານປະທານາທິບໍດີ ອາເມລິກາ Donald Trump ຍິ່ງໄວເທົ່າໃດຍິ່ງດີ. ທ່ານປະທານາທິບໍດີ Donald Trump ກໍ່ໄດ້ຮັບຄຳເຊີນແລ້ວ.

ຕອບກັບ

ຂ່າວ/ບົດ​ອື່ນ