ອາເມລິກາ ຮຽກຮ້ອງໃຫ້ບັນດາປະເທດອິດສະລາມ ປະຈັນບານໃນບັ້ນຮົບຕ້ານລັດທິຫົວຮຸນແຮງ

(VOVWORLD) -  ກ່າວຄຳເຫັນຕ່ໍການນຳ 55 ປະເທດອິດສະລາມ, ທ່ານປະທານາທິບໍດີ ອາເມລິກາ Donald Trump ຢັ້ງຢືນວ່າ ບັນດາປະເທດມີຊາວມຸດສະລິມ ກວມອັດຕາສ່ວນຫຼາຍຄວນນຳໜ້າໃນບັ້ນຮົບຕ້ານຫົວຮຸນແຮງ. 
ອາເມລິກາ ຮຽກຮ້ອງໃຫ້ບັນດາປະເທດອິດສະລາມ ປະຈັນບານໃນບັ້ນຮົບຕ້ານລັດທິຫົວຮຸນແຮງ - ảnh 1ຕຳຫຼວດດຳເນີນການກວາດລ້າງພາກສ່ວນອິດສະລາມຫົວຮຸນແຮງ ຢູ່ນະຄອນ  Barcelona. (ພາບ: EPA/TTXVN)

ວັນທີ 21 ພຶດສະພາ, ທ່ານປະທານາທິບໍດີ ອາເມລິກາ Donald Trump ໄດ້ຮຽກຮ້ອງການນຳບັນດາປະເທດອິດສະລາມຍົກອອກທັດສະນະຄັດຄ້ານການໃຊ້ຄວາມຮຸນແຮງ ໃນນາມສາສະໜາ, ພ້ອມທັງໄດ້ພັນລະນາບັ້ນຮົບຕ້ານລັດທິຫົວຮຸນແຮງແມ່ນ “ບັ້ນຮົບລະຫວ່າງເຈດຕະນາດີ ແລະ ເຈດຕະນາຮ້າຍ. ກ່າວຄຳເຫັນຕ່ໍການນຳ 55 ປະເທດອິດສະລາມ, ທ່ານປະທານາທິບໍດີ ອາເມລິກາ Donald Trump ຢັ້ງຢືນວ່າ ບັນດາປະເທດມີຊາວມຸດສະລິມ ກວມອັດຕາສ່ວນຫຼາຍຄວນນຳໜ້າໃນບັ້ນຮົບຕ້ານຫົວຮຸນແຮງ. ທ່ານປະທານາທິບໍດີ Donald Trump ກໍ່ກະຕຸກຊຸກຍູ້ບັນດາປະເທດ ອິດສະລາມ ຮັບປະກັນບໍ່ໃຫ້ບັນດາພວກກໍ່ການຮ້າຍສາມາດຊອກບ່ອນຫຼົບລີ້ຢູ່ປະເທດເຫຼົ່ານີ້ໄດ້.


ຕອບກັບ

ຂ່າວ/ບົດ​ອື່ນ