ອາເມລິກາ ຮຽກຮ້ອງໃຫ້ຟື້ນຟູບັນດາຄຳສັ່ງລົງໂທດ ອີຣານ ທັງໝົດຂອງ ສປຊ

(VOVWORLD) -  ວັນທີ 19 ສິງຫາ, ທ່ານປະທານາທິບໍດີ ອາເມລິກາ Donald Trump ປະກາດວ່າ ປະເທດນີ້ ຈະຮຽກຮ້ອງໃຫ້ຟື້ນຟູຄຳສັ່ງລົງໂທດທັງໝົດຂອງສະພາຄວາມໝັ້ນຄົງສະຫະປະຊາຊາດທີ່ແນໃສ່ ອີຣານ.
ອາເມລິກາ ຮຽກຮ້ອງໃຫ້ຟື້ນຟູບັນດາຄຳສັ່ງລົງໂທດ ອີຣານ ທັງໝົດຂອງ ສປຊ  - ảnh 1 ທ່ານປະທານາທິບໍດີ ອາເມລິກາ Donald Trump  (ພາບ:  Lobel)

        ທ່ານປະທານາທິບໍດີ Trump ຊີ້ແຈ້ງວ່າ ນີ້ຈະແມ່ນວິວັດການຟື້ນຟູບັນດາຄຳສັ່ງລົງໂທດທີ່ເຄີຍຈັດວາງໃສ່ ອີຣານ ຈົນເຖິງຍາມໃດ ເຕເຮຣານ ບັນລຸໄດ້ຂໍ້ຕົກລົງນິວເຄຼຍກັບກຸ່ມ P5+1 (ລວມມີ ອັງກິດ, ຝຣັ່ງ, ອາເມລິກາ, ລັດເຊຍ, ຈີນ ແລະ ເຢຍລະມັນ) ແລະ ບໍ່ແມ່ນບັນດາມາດຕະການຜິດປົກກະຕິ.

        ທ່ານປະທານາທິບໍດີ Trump ກໍ່ໃຫ້ຮູ້ວ່າ: ວັນທີ 20 ສິງຫາ, ທ່ານລັດຖະມົນຕີການຕ່າງປະເທດ ອາເມລິກາ Mike Pompeo ຈະໄປສຳນັກງານສະຫະປະຊາຊາດຢູ່ ນິວຢອກ ເພື່ອແຈ້ງເລື່ອງໃຫ້ເລີ່ມເຄື່ອນໄຫວກົນໄກຟື້ນຟູຄຳສັ່ງລົງໂທດ ດ້ວຍຄຳກ່າວຫາ ອີຣານ ວ່າໄດ້ລະເມີດຂໍ້ຕົກລົງ ອີຣານ 2015.

ຕອບກັບ

ຂ່າວ/ບົດ​ອື່ນ