ອາ​ເມ​ລິ​ກາ ເພີ່ມ​ທະ​ວີ​ບັນ​ດາ​ການ​ບຸກ​ໂຈມ​ຕີ​ທາງ​ອາ​ກາດ ​ແນ​ໃສ່​ກຳ​ລັງ ຕາ​ລີ​ບານ ຢູ່ ອາບ​ກາ​ນິດ​ສະ​ຖານ

(VOVWORLD) - ໃນຊຸມວັນຜ່ານມາ, ອາເມລິກາ ໄດ້ດຳເນີນການບຸກໂຈມຕີທາງອາກາດເປັນຫຼາຍບັ້ນ ເຊິ່ງແນໃສ່ກຳລັງ ຕາລີບານ ເພື່ອແນໃສ່ໜູນຊ່ວຍບັນດາກຳລັງຂອງ ອາບການິດສະຖານ.

  ໃນສອງວັນ ຄື ວັນທີ 21 ແລະ ວັນທີ 22 ກໍລະກົດ, ອາເມລິກາກໍໄດ້ດຳເນີນການບຸກໂຈມຕີຢ່າງໜ້ອຍສຸດ 4 ບັ້ນ ຢູ່ສະຖານທີ່ບາງແຫ່ງ, ໃນນັ້ນ ລວມມີ Kandahar  ເຊິ່ງເປັນບອ່ນທີ່ຖືກຄວາມກົດດັນຈາກ ຕາລີບານ ນັບມື້ນັບຫຼາຍ. ບັນດາບັ້ນບຸກໂຈມຕີດັ່ງກ່າວ ຖືກປະຕິບັດຕາມຄຳຮຽກຮ້ອງຂອງ ກຳລັງ ອາບການິດສະຖານ ທີ່ຖືກ ຕາລີບານ ບຸກໂຈມຕີ ຫຼື ຫວັງຢາກທຳລາຍບັນດາພາຫະນະອຸປະກອນການທະຫານ ເຊິ່ງ ຕາລີບານ ໄດ້ລັກເອົາ

        ໃນໄລຍະຜ່ານມາ, ຕາລີບານ ໄດ້ຢຶດຄອງຫຼາຍເຂດແດນດິນຢູ່ ອາບການິດສະຖານ ເຊິ່ງລວມທັງບັນດາດ່ານຊາຍແດນສຳຄັນ ສຳລັບການເຄື່ອນໄຫວການຄ້າໃນສະພາບການທີ່ ກອງທັບ ອາເມລິກາ ໄດ້ສິ້ນສຸດການຖອນກຳລັງທະຫານອອກຈາກປະເທດນີ້.

ນັກຂ່າວ VOV ປະຈຳ ອາເມລິກາ


 

ຕອບກັບ

ຂ່າວ/ບົດ​ອື່ນ