ອາ​ເມ​ລິ​ກາ ເລື່ອນ​ເວ​ລາ​ປະ​ຕິ​ບັດ​ຄຳ​ສັ່ງ​ຫ້າມ Huawei ຊື້​ອຸ​ປະ​ກອນ​ຈາກວິ​ສາ​ຫະ​ກິດ ອາເມ​ລິ​ກາ ຕື່ມ​ອີກ 90 ວັນ

(VOVWORLD) -ວັນທີ 19 ສິງຫາ, ທ່ານ Wilbur Ross ລັດຖະມົນຕີການຄ້າ ອາເມລິກາ ໄດ້ແຈ້ງວ່າຈະ ເລື່ອນ ເວລາປະຕິບັດຄຳສັ່ງຫ້າມກຸ່ມບໍລິສັດໂທລະຄົມມະນາຄົມ ຈີນ Huawei ຊື້ບັນດາອຸປະກອນຈາກວິສາຫະກິດ ອາເມລິກາ ຕື່ມອີກ 90 ວັນ, ພ້ອມທັງເພີ່ມເຕີມອີກກ່ວາ 40 ບໍລິສັດ ລູກຂອງ Huawei ເຂົ້າບັນຊີລາຍຊື່ບັນດາອົງການຖືກຫ້າມ. 
ອາ​ເມ​ລິ​ກາ ເລື່ອນ​ເວ​ລາ​ປະ​ຕິ​ບັດ​ຄຳ​ສັ່ງ​ຫ້າມ Huawei ຊື້​ອຸ​ປະ​ກອນ​ຈາກວິ​ສາ​ຫະ​ກິດ ອາເມ​ລິ​ກາ ຕື່ມ​ອີກ 90 ວັນ - ảnh 1ສັນຍະລັກຂອງ ບໍລິສັດໂທລະຄົມມະນາຄົມ HUAWEI, ປະເທດ ຈີນ (ພາບ: AFP/TTXVN) 

ທ່ານ Ross ຊີ້ແຈ້ງວ່າ ນີ້ແມ່ນໄລຍະທີ່ຈຳເປັນເພື່ອໃຫ້ບັນດາວິສາຫະກິດໂທລະຄົມມະນາຄົມຂອງ ອາເມລິກາ ຫຼຸດຜ່ອນການເອືຶ່ອຍອີງ Huawei ຄືໃນປັດຈຸບັນ ແລະ ຊ່ວຍໃຫ້ການເຄື່ອນໄຫວດຳເນີນທຸລະກິດບໍ່ຖືກ ຂາດວັກຂາດຕອນ.

        ແລະກໍ່ໃນວັນດຽວກັນ, ຈີນໄດ້ຮຽກຮ້ອງ ອາເມລິກາ ປະຕິບັດຄຳໝັ້ນສັນຍາຫຼຸດຜ່ອນມາດຕະການຮັດກຸມສຳລັບບັນດາບໍລິສັດ ອາເມລິກາ ຂາຍອຸປະກອນໃຫ້ແກ່ກຸ່ມບໍລິສັດ Huawei. ທີ່ກອງປະຊຸມຖະແຫຼງຂ່າວປະຈຳເດືອນ, ທ່ານ ເກີງຊວາງ ໂຄສົກກະຊວງການຕ່າງປະເທດຈີນໄດ້ຊີ້ແຈ້ງວ່າ ຈີນປາດຖະໜາວ່າ ອາເມລິກາ ຈະຢຸດ “ການກໍ່ກຳລັງດັນ ແລະ ວາງອອກບັນດາຄຳສັ່ງລົງໂທດທີ່ໄຮ້ເຫດຜົນກໍ່ກັບ Huawei “ ກໍ່ຄືບັນດາບໍລິສັດຕ່າງໆຂອງຈີນ.

ຕອບກັບ

ຂ່າວ/ບົດ​ອື່ນ