ອ​າ​ເມ​ລິ​ກາ ​ແລະ ຫວຽດນາມ ​ເພີ່ມ​ທະວີ​ການພົວພັນ​ຄູ່​ຮ່ວມ​ມື​ ກ່ຽວກັບ​ການ​ແກ້​ໄຂ​ຜົນ​ຮ້າຍ​ຢ້ອນຫຼັງຈາກ​ສົງຄາມ

(VOVWORLD) -ວັນທີ 08 ກໍລະກົດ, ອົງການພັດທະນາສາກົນ ອາເມລິກາ (USAID) ແລະ ອົງການຫວຽດນາມ ຊອກຫາຜູ້ຫາຍສາບສູນ (VNOSMP) ໄດ້ລົງນາມໃນບົດບັນທຶກຊ່ວຍຈໍາວ່່າດ້ວຍການໜູນຊ່ວຍການວິໄຈ ADN ແນໃສ່່ຢັ້ງຢືນຊື່ອັດຖິນິລະນາມ ທີ່ເສຍສະຫຼະຊີວິດໃນສະໄໝສົງຄາມຫວຽດນາມ. 
ອ​າ​ເມ​ລິ​ກາ ​ແລະ ຫວຽດນາມ ​ເພີ່ມ​ທະວີ​ການພົວພັນ​ຄູ່​ຮ່ວມ​ມື​ ກ່ຽວກັບ​ການ​ແກ້​ໄຂ​ຜົນ​ຮ້າຍ​ຢ້ອນຫຼັງຈາກ​ສົງຄາມ - ảnh 1ພິທີລົງນາມໃນບົດບັນທຶກຊ່ວຍຈໍາວ່່າດ້ວຍການໜູນຊ່ວຍການວິໄຈ ADN 

        ຕາມບົດບັນທຶກຊ່ວຍຈໍາດັ່ງກ່າວແລ້ວ, ອົງການ USAID ຈະສະໜອງບັນດາ ເຕັກໂນໂລຢີທັນສະໄໝ ແລະ ດີທີ່ສຸດໃຫ້ຫວຽດນາມ ເພື່ອວິໄຈ ADN, ຮ່ວມມືກັບຫວຽດນາມ ເພື່ອເພີ່ມທະວີປະສິດທິພາບ, ປະສິດທິຜົນຂອງບັນດາຫ້ອງວິໄຈຂອງຫວຽດນາມ. ໃນຂອບເຂດຂອງບົດບັນທຶກຊ່ວຍຈໍາສະບັບດັ່ງກ່າວ, USAID ຈະສົມທົບກັບ      VNOSMP  ເພື່ອອຸປະຖໍາແກ່ໂຄງການໃໝ່ ທີ່ແກ່ຍາວເປັນເວລາແຕ່ 3 – 5 ປີ ດ້ວຍງົບປະມານ ແມ່ນ 2,4 ລ້ານ USD. ໂຄງການດັ່ງກ່າວ ຈະໜູນຊ່ວຍ ຫວຽດນາມ ໃນການຊອກຫາ ແລະ ຢັ້ງຢືນຊື່ຂອງທະຫານ, ປະຊາຊົນ ຫວຽດນາມ ກວ່າ 20.000 ຄົນທີ່ຖືກຫາຍສາບສູນໃນປາງສົງຄາມ.  

ຕອບກັບ

ຂ່າວ/ບົດ​ອື່ນ