ອາ​ເມ​ລິ​ກາ ແລະ ອາ​ຣັບ​ບີ ຊະ​ອຸ​ດິ ຮຽກ​ຮ້ອງ​ຕໍ່​​ກຳ​ນົດ​ເວ​ລາຄຳ​​ສັ່ງ​ຢຸດ​ຍິງ​ຢູ່ ຊູ​ດັງ

(VOVWORLD) -  ວັນທີ 28 ພຶດສະພາ, ອາເມລິກາ ແລະ ອາຣັບບີ ຊະອຸດິ ຮຽກຮ້ອງໃຫ້ກອງທັບ ຊູດັງ ແລະ ກຳລັງປະຕິກິລິຍາໄວ ສືບຕໍ່ປຶກສາຫາລືເພື່ອບັນລຸໄດ້ຂໍ້ຕົກລົງຕໍ່ກຳນົດເວລາຄຳສັ່ງຢຸດຍິງ.
ອາ​ເມ​ລິ​ກາ ແລະ ອາ​ຣັບ​ບີ ຊະ​ອຸ​ດິ ຮຽກ​ຮ້ອງ​ຕໍ່​​ກຳ​ນົດ​ເວ​ລາຄຳ​​ສັ່ງ​ຢຸດ​ຍິງ​ຢູ່ ຊູ​ດັງ - ảnh 1ປະຊາຊົນ ຊູດັງ ພວມປະເຊີນໜ້າກັບສະພາບຂາດແຄນສະບຽງອາຫານ (ພາບ:  AFP)

ຂໍ້ຕົກລົງຢຸດຍິງໄດ້ໝົດກຳນົດເວລາໃນວັນທີ 29 ພຶດສະພາ. ດ້ວຍຖານະເປັນບັນດາປະເທດໜູນຊ່ວຍໃຫ້ຂໍ້ຕົກລົງຢຸດຍິງ, ອາເມລິກາ ແລະ ອາຣັບບີ ຊະອຸດິ ຖືວ່າ ການຕໍ່ກຳນົດເວລາ ຈະສ້າງເງື່ອນໄຂສະດວກໃຫ້ແກ່ການຊ່ວຍເຫຼືອມະນຸດສະທຳ ເຊິ່ງປະຊາຊົນ ຊູດັງ ພວມຕ້ອງການ. ປັດຈຸບັນ, ພັນດທະຂອງສອງຝ່າຍໃນການປະທະກັນຢູ່ ຊູດັງ ແມ່ນຕ້ອງປະຕິບັດຄຳໝັ້ນສັນຍາຕາມຄຳສັ່ງຢຸດຍິງໄລຍະສັ້ນ ແລະ ຖະແຫຼງການປະຕິບັດຄຳໝັ້ນສັນຍາປົກປ້ອງສາມັນຊົນ. ໄລ່ມາຮອດປັດຈຸບັນ, ກຳລັງປະຕິກິລິໄວ ຖະແຫຼງວ່າ ພ້ອມແລ້ວທີ່ຈະສືບຕໍ່ມີການເຈລະຈາ ເພື່ອປຶກສາຫາລືກ່ຽວກັບຄວາມອາດສາມາດບັນລຸໄດ້ການຕໍ່ກຳນົດເວລາຂໍ້ຕົກລົງວ່າດ້ວຍການຢຸດຍິງ ແລະ ບັນດາຂໍ້ຕົກລົງມະນຸດສະທຳສະບັບອື່ນໆ. ເຖິງຢ່າງໃດກໍຕາມ, ຝ່າຍກອງທັບ ຊູດັງ ຍັງບໍ່ທັນຍົກອອກຖະແຫຼງການໃດ ກ່ຽວກັບຄວາມອາດສາມາດຕໍ່ກຳນົດເວລາຂໍ້ຕົກລົງ.


ຕອບກັບ

ຂ່າວ/ບົດ​ອື່ນ