ອາ​ເມ​ລິ​ກາ ​ໃຫ້​ຄຳ​ໝັ້ນ​ສັນ​ຍາ​ປະ​ຕິບັດບັນ​ດາ​ພັນ​ທະ​ດ້ານ​ການ​ເງິນ​ຕໍ່ WHO ຢ່າງ​ຄົບ​ຖ້ວນ

(VOVWORLD) -ຕາມທ່ານ Blinken ແລ້ວ, ນີ້ແມ່ນບາດກ້າວສຳຄັນ ມຸ່ງໄປສູ່ການປະຕິບັດບັນດາຄຳໝັ້ນສັນຍາພັນທະການເງິນຂອງ ອາເມລິກາ ໃນຖານະຕຳແໜ່ງແມ່ນສະມາຊິກຂອງ WTO. 
ອາ​ເມ​ລິ​ກາ ​ໃຫ້​ຄຳ​ໝັ້ນ​ສັນ​ຍາ​ປະ​ຕິບັດບັນ​ດາ​ພັນ​ທະ​ດ້ານ​ການ​ເງິນ​ຕໍ່ WHO ຢ່າງ​ຄົບ​ຖ້ວນ - ảnh 1ທ່ານ ລັດຖະມົນຕີກະຊວງການຕ່າງປະເທດ ອາເມລິກາ Antony Blinken (ພາບ: AFP/TTXVN )

ອາເມລິກາ ຈະປະຕິບັດພັນທະຕໍ່ອົງການອະນາໄມໂລກ (WHO) ຢ່າງຄົບຖ້ວນ, ຕາມນັ້ນແລ້ວຮອດທ້າຍ ເດືອນກຸມພາ ຈະປະກອບເງິນເປັນຈຳນວນກ່ວາ 200 ລ້ານ USD ໃຫ້ແກ່ອົງການສາກົນນີ້. ທ່ານ ລັດຖະມົນຕີກະຊວງການຕ່າງປະເທດ ອາເມລິກາ Antony Blinken ໄດ້ປະກາດຄືດັ່ງກ່າວຢູ່ກອງປະຊຸມໃນວັນທີ 17 ກຸມພາ ຂອງສະພາຄວາມໝັ້ນຄົງ ສປຊ ກ່ຽວກັບໂລກລະບາດໂຄວິດ - 19. ການກະທຳນີ້ໄດ້ຮັບຖືວ່າ ແມ່ນການຫັນເປັນລະອຽດ ບັນດາຄຳໝັ້ນສັນຍາຂອງອຳນາດກາກປົກຄອງ ທ່ານ ປະທານາທິບໍດີ Joe Biden ກ່ຽວກັບການຢຸດຕິວິວັດການຖອນ ວໍຊິງຕັນ ອອກຈາກອົງການນີ້, ເຊິ່ງໄປຝືນກັບຂໍ້ຕົກລົງກ່ອນນັ້ນຂອງທ່ານ ອະດີດປະທານາທິບໍດີ ອາເມລິກາ Donald Trump.

        ຕາມທ່ານ Blinken ແລ້ວ, ນີ້ແມ່ນບາດກ້າວສຳຄັນ ມຸ່ງໄປສູ່ການປະຕິບັດບັນດາຄຳໝັ້ນສັນຍາພັນທະການເງິນຂອງ ອາເມລິກາ ໃນຖານະຕຳແໜ່ງແມ່ນສະມາຊິກຂອງ WTO. ທ່ານ Blinken ກໍ່ຖືວ່າ ຂໍ້ຕົກລົງນີ້ຂອງ ອາເມລິກາ ກໍ່ໄດ້ສ່ອງແສງໃຫ້ເຫັນວ່າ: ວໍຊິງຕັນ ຮັກສາການຮັບປະກັນ WHO ຈະໄດ້ຮັບການສະໜັບສະໜູນທີ່ຈຳເປັນ ເພື່ອນຳພາບັ້ນຕໍ່ສູ້ຕ້ານໂລກລະບາດໂຄວິດ - 19 ທົ່ວໂລກ ໃນປັດຈຸບັນ.

ຕອບກັບ

ຂ່າວ/ບົດ​ອື່ນ