ອາ​ເມ​ລິ​ກາ ໃຫ້​ບຸ​ລິ​ມະ​ສິດ​ຊຸກ​ຍູ້​ການ​ເຕີບ​ໂຕ​ແບບ​ຍືນ​ຍົງ ແລະ ຮອບ​ດ້ານ​ໃນ​ປີປະ​ທານ APEC 2023

(VOVWORLD) -ໃນກອງປະຊຸມບໍ່ເປັນທາງການຂອງເຈົ້າໜ້າທີ່ອາວຸໂສ ເວທີປາໄສຮ່ວມມື ອາຊີ - ປາຊີຟິກ (APEC) ຫາກໍດຳເນີນຢູ່ Honolulu, ສະຫະລັດ ອາເມລິກາ ໃນວັນທີ 13 ທັນວາ, ອາເມລິກາ ໄດ້ປະກາດບັນດາບຸລິມະສິດຂອງປະເທດປະທານ APEC ໃນປີ 2023. 

ດ້ວຍຫົວຂໍ້ “ສ້າງອະນາຄົດທີ່ໝັ້ນແກ່ນເຂັ້ມແຂງ ແລະ ຍືນຍົງໃຫ້ແກ່ທຸກໆຝ່າຍ”, ອາເມລິກາ ໄດ້ເນັ້ນໜັກຄຳໝັ້ນສັນຍາ ຊຸກຍູ້ບັນດາຫົວຂໍ້ໃຫຍ່ຄື ຄວາມສາມາດຟື້ນຟູລະບົບສະໜອງ, ການຄ້າເຕັກນິກດີຈີຕອນ, ການເຊື່ອມຕໍ່, ສ້າງກາລະໂອກາດໃຫ້ບັນດາວິສາຫະກິດຂະໜາດໜ້ອຍ ແລະ ກາງ, ການປ່ຽນແປງຂອງດິນຟ້າອາກາດ ແລະ ສົ່ງແວດລ້ອມທີ່ຍືນຍົງ. ບັນດາບັນຫາທີ່ປິ່ນອ້ອມການຄ້ຳປະກັນດ້ານສະບຽງອາຫານ, ສາທາລະນະສຸກ, ການຕ້ານການສໍ້ລາດບັງຫຼວງ, ຫັນເປັນດີຈີຕອນ, ມອບສິດເສດຖະກິດໃຫ້ແກ່ແມ່ຍິງ ແລະ ການໜູນຊ່ວຍບັນດາມີຄວາມສ່ຽງ ກໍລ້ວນແຕ່ໄດ້ຮັບບຸລິມະສິດໃນໂຄງການດຳເນີນງານດັ່ງກ່າວ.


ຕອບກັບ

ຂ່າວ/ບົດ​ອື່ນ