ອາ​ເມ​ລິ​ກາ​ຢັ້ງ​ຢືນ​ວ່າ​ ບໍ່​​ຟ້າວ​ລົງ​ນາມ​ໃນ​ຂໍ​້​ຕົກ​ລົງ​ການ​ຄ້າ ກັ​ບ ຈີນ

(VOVWORLD) -ຖະແຫຼງການຂອງ ທ່ານລັດຖະມົນຕີດ້ານການຄ້າ ອາເມລິກາໄດ້ຍົກອອກມາພາຍຫຼັງທ່ານ ປະທານາທິບໍດີ Donald Trump ໃນວັນທີ 19 ຕຸລາ ສະແດງຄວາມເຊື່ອໝັ້ນກ່ຽວກັບຄວາມສາມາດວ່າ ຂໍ້ຕົກລົງການຄ້າລະຫວ່າງ ອາເມລິກາ - ຈີນຈະໄດ້ຮັບການລົງນາມເມື່ອເວທີປາໄສການຮ່ວມມືເສດຖະກິດ ອາຊີ - ປາຊີຟິກ (APEC) ດຳເນີນຢູ່ ຈີເລ ໃນລະຫວ່າງວັນທີ 16 – 17 ພະຈິກ. 
ອາ​ເມ​ລິ​ກາ​ຢັ້ງ​ຢືນ​ວ່າ​ ບໍ່​​ຟ້າວ​ລົງ​ນາມ​ໃນ​ຂໍ​້​ຕົກ​ລົງ​ການ​ຄ້າ ກັ​ບ ຈີນ - ảnh 1 ສິນຄ້າໄດ້ຈັດຢູ່ທ່າກຳປັ່ນຂອງປະເທດຈີນ (ພາບ: AFP/TTXVN)

ທ່ານ Wilbur Ross ລັດຖະມົນຕີກະຊວງການຄ້າ ອາເມລິກາຖືວ່າ ໄລຍະ 1 ຂອງ ຂໍ້ຕົກລົງການຄ້າລະຫວ່າງປະເທດນີ້ກັບຈີນບໍ່ຈຳເປັນຕ້ອງສຳເລັດໃນເດືອນໜ້າ. ຕອບສຳພາດຕໍ່ນັກຂ່າວ Fox Business Network ໃນວັນທີ 21 ຕຸລາ, ທ່ານ Ross ຢັ້ງຢືນວ່າ ຂໍ້ຕົກລົງການຄ້າລະຫວ່າງ ອາເມລິກາ ແລະ ຈີນຕ້ອງແມ່ນ “ຂໍ້ຕົກລົງທີ່ສົມເຫດສົມຜົນ”, ແລະ ບໍ່ຈຳເປັນລົງນາມໃນເດືອນພະຈິກ. ທ່ານເນັກໜັກວ່າ “ສິ່ງສຳຄັນທີ່ສຸດແມ່ນ ຂໍ້ຕົກລົງດັ່ງກ່າວຕ້ອງແມ່ນຂໍ້ຕົກລົງທີ່ເໝາະສົມເມື່ອໄດ້ຍົກອອກມາ”. ກໍ່ຕາມທ່ານ Ross ແລ້ວ, ບັນດາມາດຕະການດ້ານພາສີຄາດຄະເນຈະມີຜົນສັກສິດໃນເດືອນ ທັນວາຈະມາເຖິງ ແລະ ກຸ່ມບໍລິສັດເຕັກໂນໂລຢີ Huawei ຂອງຈີນບໍ່ແມ່ນບັນດາບັນຫາທີ່ໄດ້ຮັບການເຕື້ອງເຖິງໃນໄລຍະ 1 ຂອງ ຂໍ້ຕົກລົງ.

ຖະແຫຼງການຂອງ ທ່ານລັດຖະມົນຕີດ້ານການຄ້າ ອາເມລິກາໄດ້ຍົກອອກມາພາຍຫຼັງທ່ານ ປະທານາທິບໍດີ Donald Trump ໃນວັນທີ 19 ຕຸລາ ສະແດງຄວາມເຊື່ອໝັ້ນກ່ຽວກັບຄວາມສາມາດວ່າ ຂໍ້ຕົກລົງການຄ້າລະຫວ່າງ ອາເມລິກາ - ຈີນຈະໄດ້ຮັບການລົງນາມເມື່ອເວທີປາໄສການຮ່ວມມືເສດຖະກິດ ອາຊີ - ປາຊີຟິກ (APEC) ດຳເນີນຢູ່ ຈີເລ ໃນລະຫວ່າງວັນທີ 16 – 17 ພະຈິກ. ພ້ອມທັງໃຫ້ຮູ້ວ່າການເຈລະຈາຕ່າງໆລະຫວ່າງ ວົງການເຈົ້າໜ້າທີ່ ອາເມລິກາ ແລະ ຈີນໄດ້ດຳເນີນເປັນຢ່າງດີ.

ຕອບກັບ

ຂ່າວ/ບົດ​ອື່ນ