ອາ​ເມ​ລິ​ກາ​ສະ​ແດງ​ຄວາມ​ວິ​ຕົກ​ກັງ​ວົນ​ຕໍ່​ເລື່ອງ​ຈີນ​ເຮັດ​ໃຫ້​​ເຮືອ​ຫາ​ປາ​ຂອງ ຫວຽດ​ນາມ ຈົມນ້ຳ ຢູ່​ທະ​ເລ​ຕ​າ​ເວັນ​ອອກ

(VOVWORLD) -ໃນວັນທີ 6 ເມສາ,ທ່ານນາງ Morgan Ortagus ໂຄສົກກະຊວງການຕ່າງປະເທດ ອາເມລິກາ ໃຫ້ຮູ້ວ່າ ອາເມລິກາສະແດງຄວາມວິຕົກກັງວົນຕໍ່ຂໍ້ມູນຂ່າວທີ່ວ່າ ຈີນເຮັດໃຫ້ເຮືອຫາປາຂອງ ຫວຽດນາມ ຈົມນ້ຳ ຢູ່ທະເລຕາເວັນອອກ.
ອາ​ເມ​ລິ​ກາ​ສະ​ແດງ​ຄວາມ​ວິ​ຕົກ​ກັງ​ວົນ​ຕໍ່​ເລື່ອງ​ຈີນ​ເຮັດ​ໃຫ້​​ເຮືອ​ຫາ​ປາ​ຂອງ ຫວຽດ​ນາມ ຈົມນ້ຳ ຢູ່​ທະ​ເລ​ຕ​າ​ເວັນ​ອອກ - ảnh 1ທ່ານນາງ Morgan Ortagus ໂຄສົກກະຊວງການຕ່າງປະເທດ ອາເມລິກາ (ພາບ: C-Span) 

 ທ່ານນາງ Morgan Ortagus ໃຫ້ຮູ້ວ່າ ນີ້ແມ່ນການກະທຳຫຼ້າສຸດໃນບັນດາການເຄື່ອນໄຫວຂອງ ຈີນ ເພື່ອແນໃສ່ຖະແຫຼງອະທິປະໄຕຢ່າງຜິດກົດໝາຍຢູ່ທະເລກໍ່ຄືກໍ່ຜົນເສຍຫາຍເຖິງບັນດາປະເທດບ້ານໃກ້ເຮືອນຄຽງຢູ່ອາຊີຕາເວັນອອກສ່ຽງໃຕ້ຂອງ ຈີນ ຢູ່ເຂດທະເລຕາເວັນອອກ. ນັບແຕ່ເວລາ ໂລກລະບາດ Covid – 19 ເກີດຂຶ້ນ, ປັກກິ່ງ ໄດ້ປະກາດບັນດາ ປ້ອມ ຄົ້ນຄ້ວາແຫ່ງໃໝ່ຢູ່ບັນດາຮາກຖານການທະຫານພິເສດຂອງປະເທດນີ້ ເຊິ່ງໄດ້ກໍ່ສ້າງຂຶ້ນຢູ່ເຂດຫີນ ຈືເຖິ້ບ ແລະ ຊູບີ. ຈີນກໍ່ສືບຕໍ່ຜັນຂະຫຍາຍກຳລັງທະຫານລາດຢູ່ທະເລອ້ອມຂ້າງເຂດໝູ່ເກາະເຈືອງຊາ.

ແຈ້ງການໄດ້ຢັ້ງຢືນ ສິ່ງທີ່ເອີ້ນວ່າ ເສັ້ນທາງ 9 ຕອນຂອງ ຈີນ ເມື່ອເດືອນ ກໍລະກົດ 2016 ໄດ້ຮັບຄຳຕັດສິນຈາກສານສາກົນວ່າ ແມ່ນຖະແຫຼງອະທິປະໄຕທາງທະເລທີ່ຜິດກົດໝາຍຕາມສົນທິສັນຍາສປຊກ່ຽວກັບກົດໝາຍວ່າດ້ວຍທະເລ ປີ 1982. ລັດຖະບານ ອາເມລິກາ ມີທັດສະນະເຊັ່ນດຽວກັນກັບຄຳຕັດສິນດັ່ງກ່າວ. ອາເມລິກາ ຮຽກຮ້ອງໃຫ້ຈີນສືບຕໍ່ສຸມໃສ່ເຂົ້າການໜູນຊ່ວຍບັນດາຄວາມມານະພະຍາຍາມສາກົນຮັບມືກັບໂລກລະບາດ Covid – 19 ໃນທົ່ວໂລກ ແລະ ບໍ່ຍາດແຍ່ງກະທຳຄວາມລະເຫຼີງ ຂອງປະເທດອື່ນໆ ເພື່ອແນໃສ່ເປີດກ້ວາງຖະແຫຼງການອະທິປະໄຕທີ່ຜິດກົດໝາຍຢູ່ທະເລຕາເວັນອອກ.

ຕອບກັບ

ຂ່າວ/ບົດ​ອື່ນ