ອຳ​ນາ​ດ​ການ​ປົກ​ຄອງ ປາ​ແລັດ​ສະ​ຕິນ ຊຸກ​ຍູ້​ການ​ຈັດ​ຕັ້ງ​ກອງ​ປະ​ຊຸມ​ສັນ​ຕິ​ພາ​ບ​ສາ​ກົນ ກ່ຽວ​ກັບ​ບັນ​ຫາ ຕາ​ເວັນ​ອອກ​ກາງ

(VOVWORLD) -ອຳນາດການປົກຄອງ ປາແລັດສະຕິນ (PA) ໄດ້ເລີ່ມດຳເນີນບັນດາຂັ້ນຕອນທາງການທູດ ເພື່ອແນໃສ່ຈັດຕັ້ງກອງປະຊຸມສາກົນໃນຕົ້ນປີ 2021 ກ່ຽວກັບວິວັດທະນາການສ້າງສັນຕິພາບກັບ ອິດສະຣາແອັນ.
ອຳ​ນາ​ດ​ການ​ປົກ​ຄອງ ປາ​ແລັດ​ສະ​ຕິນ ຊຸກ​ຍູ້​ການ​ຈັດ​ຕັ້ງ​ກອງ​ປະ​ຊຸມ​ສັນ​ຕິ​ພາ​ບ​ສາ​ກົນ ກ່ຽວ​ກັບ​ບັນ​ຫາ ຕາ​ເວັນ​ອອກ​ກາງ - ảnh 1ທ່ານ Riyad Mansour ທູດພິເສດຂອງອໍານາດການປົກຄອງ ປາແລັດສະຕິນ ປະຈຳ ສປຊ (ພາບ:Xinhua)

ວັນທີ 28 ກັນຍາ, ອຳນາດການປົກຄອງ ປາແລັດສະຕິນ (PA) ໄດ້ເລີ່ມດຳເນີນບັນດາຂັ້ນຕອນທາງການທູດ ເພື່ອແນໃສ່ຈັດຕັ້ງກອງປະຊຸມສາກົນໃນຕົ້ນປີ 2021 ກ່ຽວກັບວິວັດທະນາການສ້າງສັນຕິພາບກັບ ອິດສະຣາແອັນ. ທ່ານ Riyad Mansour ທູດພິເສດຂອງອໍານາດການປົກຄອງ ປາແລັດສະຕິນ ປະຈຳ ສປຊ ໃຫ້ຮູ້ວ່າ ຝ່າຍນີ້ໄດ້ເລີ່ມດຳເນີນບັນດາຂັ້ນຕອນຫ້າງຫາກະກຽມກັບທ່ານເລຂານຸການໃຫຍ່ ສປຊ Antonio Gueterres ແລະ ບາງປະເທດອື່ນໆ ເພື່ອກຽມດຳເນີນການປຶກສາຫາລືກ່ຽວກັບກອງປະຊຸມສາກົນ, ການປຶກສາຫາລືດັ່ງກ່າວຈະຖືກຈັດຂຶ້ນ ໂດຍສະຫະພາບເອີຣົບ ແລະ ບັນດາປະເທດສະມາຊິກປະຈຳ ສະພາຄວາມໝັ້ນຄົງ ສປຊ.

ຕອບກັບ

ຂ່າວ/ບົດ​ອື່ນ