ອຳນາດການປົກຄອງປະທານາທິບໍດີ D.Trump ສະເໜີລົບລ້າງມາດຖານອາຍພິດຂອງອະດີດປະທານາທິບໍດີ B.Obama

(VOVWORLD) - ວັນທີ 02 ສິງຫາ, ອຳນາດການປົກຄອງປະທານາທິບໍດີ ອາເມລິກາ Donald Trump ປະກາດແຜນການ “ຍົກເລີກ” ບັນດາມາດຖານອາຍພິດທີ່ໄດ້ປະກາດໃຊ້ພາຍໃຕ້ອຳນາດການປົກຄອງຂອງອະດີດປະທານາທິບໍດີ Barack Obama,
ອຳນາດການປົກຄອງປະທານາທິບໍດີ D.Trump ສະເໜີລົບລ້າງມາດຖານອາຍພິດຂອງອະດີດປະທານາທິບໍດີ B.Obama - ảnh 1 ອຳນາດການປົກຄອງປະທານາທິບໍດີ D.Trump ສະເໜີລົບລ້າງມາດຖານອາຍພິດຂອງອະດີດປະທານາທິບໍດີ B.Obama (ພາບ: PA)

ຊຶ່ງເປັນໄພນາບຂູ່ພາໃຫ້ເກີດການຂັດແຍ້ງກັນລະຫວ່າງລັດຈຳນວນໜຶ່ງຂອງ ອາເມລິກາ ຢາກຊຸກຍູ້ບັນດານະໂຍບາຍປົກປັກຮັກສາສິ່ງແວດລ້ອມໃຫ້ແຂງແຮງກ່ວາ.

        ຕາມຂໍ້ສະເໜີໂດຍອົງການປົກປັກຮັກສາສິ່ງແວດລ້ອມ ແລະ ອົງການຄວາມປອດໄພຄົມມະນາຄົມເສັ້ນທາງຄວາມໄວສູງແຫ່ງຊາດ ປະກາດ, ບັນດາມາດຖານຢ່າງເຄັ່ງຄ້າພາຍໃຕ້ອຳນາດການປົກຄອງ Obama ແມ່ນ “ບໍ່ແທດເໝາະ ແລະ ສົມເຫດສົມຜົນ”  ພາຍຫລັງປີ 2020. 2 ອົງການດັ່ງກ່າວ ຈະເກັບກຳຄຳເຫັນຈາກສາມັນຊົນ ແລະ ດຳເນີນບັນດາວາລະອະພິປາຍກ່ອນທີ່ປະຕິບັດບັນດາການປ່ຽນແປງ. ບັນດາຂໍ້ກຳນົດໃໝ່ຈະໝູນໃຊ້ໃນໄລຍະ 2021 – 2026.

ຕອບກັບ

ຂ່າວ/ບົດ​ອື່ນ