ອຳ​ນາດ​ການ​ປົກ​ຄອງ​ຮົ່ງ​ກົງ (ຈີນ) ກ່າວ​ປະ​ນາມ​ຢ່າງ​ຮຸນແຮງຕໍ່​ບັນ​ດາ​ເປົ້າ​ໝາຍ​ແຫ່​ຂະ​ບວນ​ປະ​ທ້ວງທີ່​​ໃຊ້​ຄວາມ​ຮຸນ​ແຮງ

(VOVWORLD) -ຕອນຄ່ຳວັນທີ 24 ພຶດສະພາ, ອຳນາດການປົກຄອງເຂດປົກຄອງພິເສດຮົ່ງກົງ (ຈີນ)ໄດ້ອອກຖະແຫຼງການຕຳໜິຕິຕຽນບັນດາການກະທຳລະເມີດກົດໝາຍຢ່າງຮ້າຍແຮງຂອງບັນດາເປົ້າໝາຍແຫ່ຂະບວນປະທ້ວງທີ່ໃຊ້ຄວາມຮຸນແຮງ, ພ້ອມທັງສະໜັບສະໜູນເລື່ອງຕຳຫຼວດດຳເນີນຕາມກົດໝາຍ. 
ອຳ​ນາດ​ການ​ປົກ​ຄອງ​ຮົ່ງ​ກົງ (ຈີນ) ກ່າວ​ປະ​ນາມ​ຢ່າງ​ຮຸນແຮງຕໍ່​ບັນ​ດາ​ເປົ້າ​ໝາຍ​ແຫ່​ຂະ​ບວນ​ປະ​ທ້ວງທີ່​​ໃຊ້​ຄວາມ​ຮຸນ​ແຮງ - ảnh 1

ຜູ້ແຫ່ຂະບວນປະທ້ວງແກວ່ງຫີນຢູ່ Sai wan ho, ຮົ່ງກົງ, ຈີນ ໃນວັນທີ 11 ພຶດສະພາ 2019

(ພາບ: THX/TTXVN)

ໂຄສົກອຳນາດການປົກຄອງ ຮົ່ງກົງ ກໍ່ຍົກໃຫ້ເຫັນຢ່າງຈະແຈ້ງວ່າ ບັນດາການກະທຳໃຊ້ຄວາມຮຸນແຮງທີ່ກ່ຽວຂ້ອງ ໄດ້ສະແດງໃຫ້ເຫັນວ່າ ບັນດາເປົ້າໝາຍຮຽກຮ້ອງໃຫ້ຮົ່ງກົງເອກະລາດ ແລະ ບັນດາເປົ້າໝາຍແຫ່ຂະບວນປະທ້ວງນຳໃຊ້ຄວາມຮຸນແຮງ ເສື້ອດຳຍັງຄົງກະທຳຜິດ, ເຊິ່ງພິສູດໃຫ້ເຫັນຄວາມຈຳເປັນ ແລະ ຮີບດ່ວນຂອງການປະກາດໃຊ້ກົດໝາຍວ່າດ້ວຍການປ້ອງກັນຄວາມສະຫງົບສະບັບໃໝ່.

ໃນຂະນະນັ້ນ, ກົມຄຸ້ມຄອງການແພດຮົ່ງກົງໃຫ້ຮູ້ວ່າ ໄລ່ມາຮອດຈຸດເວລານີ້ ມີ 6 ຄົນໄດ້ຖືກນຳສົ່ງສຸກເສີນໄປຍັງໂຮງໝໍ, ໃນນັ້ນມີຄົນໜຶ່ງມີອາການສາຫັດ. ຕຳຫຼວດຮົ່ງກົງໄດ້ຈັບຕົວເປົ້າໝາຍ ຢ່າງໜ້ອຍສຸດ 180 ຄົນທີ່ເຂົ້າຮ່ວມບັນດາການເຕົ້າໂຮມຢ່າງຜິດກົດໝາຍ ແລະ ດຳເນີນບັນດາການກະທຳໃຊ້ຄວາມຮຸນແຮງຢູ່ເກາະ ຮົ່ງກົງ.

ຕອບກັບ

ຂ່າວ/ບົດ​ອື່ນ