ຮັກສາສັນຕິພາບ,ສະຖຽນລະພາບຢູ່ທະເລຕາເວັນອອກແມ່ນຈຸດໝາຍ,ຜົນປະໂຫຍດ ຂອງທຸກປະເທດ

 ຮັກສາສັນຕິພາບ,ສະຖຽນລະພາບຢູ່ທະເລຕາເວັນອອກແມ່ນຈຸດໝາຍ,ຜົນປະໂຫຍດ ຂອງທຸກປະເທດ - ảnh 1
ກຳປັ່ນຮົບຂອງຈີນ
ພາບ:internet


(vovworld)- ວັນ​ທີ 28/05,  ຕໍ່ຫນ້າ​ການ​ຜັນ​ແປ່​ເຄັ່ງ​ຕຶງ​ຢູ່​ທະ​ເລ​ຕ​າ​ເວັນ​ອອກ, ຢູ່ ສິງກະ​ໂປ ​ໄດ້​ດຳ​ເນີນ​ກອງ​ປະຊຸມ​ສຳມະນາ​ພາຍ​ໃຕ້​ຫົວ​ຂໍ້​ວ່າ:“ສະພາບ​ເຄັ່ງ​ຕຶງ​ເພີ່ມ​ຂຶ້ນຢູ່​ທະ​ເລ​ຕາ​ເວັນ​ອອກ ​ແລະ ບັນດາຜົນ​ກະທົບ​ເຖິງຄວາມ​ໝັ້ນຄົງ​ພາກ​ພື້ນ” ​ໂດຍ​ສູນ​ຄົ້ນ​ຄ້ວາ       ຍຸ​ດທະ​ສາດ ອາຊີ ຂອງ​ອິນ​ເດຍ ຈັດ​ຕັ້ງ​ຂຶ້ນ​ກ່ອນ​ດຳ​ເນີນ​ກອງ​ປະຊຸມ Shangrila. ​ເຂົ້າ​ຮ່ວມ​ກອງ​ປະຊຸມສຳ​ມະ​ນາ ມີ​ນັກຮຽນ​ຮູ້​ມາ​ຈາກ​ບັນດາ​ປະ​ເທດ ອາ​ຊຽນ ​ແລະ ບັນດາ​ຄູ່​ຮ່ວມ​ມື​ ອາ​ເມ​ລິ​ກາ, ອິນ​ເດຍ, ອົດ​ສະ​ຕາ​ລີ.

        ທີ່​ກອງ​ປະຊຸມ​ສຳ​ມະ​ນາ, ບັນດາ​ນັກຮຽນ​ຮູ້​ໄດ້​ຕີ​ລາຄາ​ກ່ຽວ​ກັບ​ບັນດາ​ການ​ຜັນ​ແປໃຫມ່​ເຮ​ັດ​ໃຫ້​ຄວາມ​ເຄັ່ງ​ຕຶງ​ເພີ່ມ​ຂຶ້ນ​ຢູ່​ທະ​ເລ​ຕາ​ເວັນ​ອອກ ​ໂດຍ​ຈີນ​ເພີ່ມ​ທະວີ​ຄຳ​ຮຽກ​ສິດສຳລັບ​ອະທິປະ​ໄຕ​ເສັ້ນທາງ 9 ຕອນ ທີ່​ໄຮ້​ເຫດຜົນ ​ແລະ ຜິດ​ກົດໝາຍ ​ເພື່ອ​ຢຶດຄອງ​ທະ​ເລ​ຕາ​ເວັນ​ອອກໃຫ້​ແກ່​ຕົນ​ເອງ. ພິ​ເສດ ​ແມ່ນ​ເລື່ອງ​ຈີນ ຕັ້ງ​ຮ້ານ​ເຈາະ​ນ້ຳມັນ​ຢ່າງ​ຜິດ​ກົດໝາຍ​ຢູ່​ເຂດ​ເສດຖະກິດ​ຈຳ​ເພາະ ​ແລະ ​ເຂດ​​ໄຫລ່​ທະວີບ​ຂອງ​ຫວຽດນາມ ​ແຕ່​ວັນ​ທີ 2/5 ມາ​ຮອດ​ປະຈຸ​ບັນ. ການ​ກະທຳ​ດັ່ງກ່າວ​ຂອງ​ຈີນ ​ແມ່ນ​ລະ​ເມີດ​ກົດໝາຍ​ສາກົນກ່ຽວ​ກັບ​ທະ​ເລ, ກໍ່​ຄວາມ​ເຄັ່ງ​ຕຶງ, ​ເຮັດ​ໃຫ້​ສະພາບ​ການ​ສັບສົນ, ນາບ​ຂູ່​​ເຖິງສັນຕິພາບ, ສະຖຽນ​ລະ​ພາບ, ກໍ່​​ໄພ​ຈະ​ເກີດ​ການປະ​ທະ​ກັນ, ການ​ຊ່ວງ​ເສງ​ອາວຸດ, ​ ຂາດ​ຄວາມ​ປອດ​ໄພ​ໃນການ​ເດີນ​ທະ​ເລ​, ​ການຂົນ​ສົ່ງ​ທາງ​ອາກາດ​ຢູ່​ທະ​ເລ​ຕາ​ເວັນ​ອອກ. ບັນດາ​ນັກຮຽນ​ຮູ້​ໄດ້​ຢືນຢັນ​ຄວາມ​ສຳຄັນ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ສຳລັບ​ພາກ​ພື້ນ ​ແລະ ສາກົນ, ຢືນຢັນ​ການ​ຮັກສາ​ສັນຕິພາບ, ສະຖຽນ​ລະ​ພາບ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ແມ່ນ​ຈຸດໝາຍ, ຜົນ​ປະ​ໂຫຍ​ດຂອງ​ທຸກ​ປະ​ເທດ​ສະມາຊິກ ອາ​ຊຽນ, ບັນດາ​ປະ​ເທດ​ມີ​ຜົນ​ປະໂຫຍ​ດຄື: ອາ​ເມ​ລິ​ກາ ​ແລະ ບັນດາ​ປະ​ເທດ​ມະຫາ​ອຳນາດ​ຄື: ຍີ່​ປຸ່ນ,​ ອິນ​ເດຍ, ອົດ​ສະ​ຕາ​ລີ.

 

 

 

 

 

 

 

ຂ່າວ/ບົດ​ອື່ນ