ຮັກ​ສາ​ສັນ​ຕິ​ພາບ​ໃນ​ສະ​ໄໝ​ຜັນ​ປ່ຽນ: ມຸ່ງ​ໄປ​ສູ່​ການ​ສ້າງຄວາມ​ສາ​ມາດ​ໃນ​ການ​ຮັບ​ມື ແລະ ​ສ້າງ​ຄວາມ​ເຂັ້​ມ​ແຂງ​ດ້ວຍ​ຕົນ​ເອງ​ໃຫ້​ສູງ​ກ່​ວາ​ໃນ​ພາກ​ພື້ນ

(VOVWORLD) -ກອງປະຊຸມສາກົນ “ຮັກສາສັນຕິພາບໃນສະໄໝຜັນປ່ຽນ: ມຸ່ງໄປສູ່ຄວາມສາມາດໃນການຮັບມື ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງໃຫ້ສູງກ່ວາໃນພາກພື້ນ” ໂດຍສະຖາບັນການຕ່າງປະເທດສົມທົບກັບກອງທຶນ Konrad Adenauer Atiftung (ເຢຍລະມັນ)ຈັດຕັ້ງຂຶ້ນ, ໄດ້ໄຂຂຶ້ນໃນຕອນບ່າຍວັນທີ 5 ທັນວາ, ຢູ່ຮ່າໂນ້ຍ,ໂດຍມີການເຂົ້າຮ່ວມຂອງ ຜູ້ແທນ ຫວຽດນາມ ແລະ ສາກົນ 200 ທ່ານ, ພ້ອມກັບຜູ້ຕາງໜ້າບັນດາອົງການການທູດ ຂອງ ຕ່າງປະເທດ.
ຮັກ​ສາ​ສັນ​ຕິ​ພາບ​ໃນ​ສະ​ໄໝ​ຜັນ​ປ່ຽນ: ມຸ່ງ​ໄປ​ສູ່​ການ​ສ້າງຄວາມ​ສາ​ມາດ​ໃນ​ການ​ຮັບ​ມື ແລະ ​ສ້າງ​ຄວາມ​ເຂັ້​ມ​ແຂງ​ດ້ວຍ​ຕົນ​ເອງ​ໃຫ້​ສູງ​ກ່​ວາ​ໃນ​ພາກ​ພື້ນ - ảnh 1

ບັນດາຜູ້ແທນຖ່າຍຮູບລວມຢູ່ກອງປະຊຸມສຳມະນາ (ພາບ: baoquocte.vn)

ທີ່ກອງປະຊຸມ, ບັນດາຜູ້ແທນຖືວ່າ ໃນສະພາບການປັດຈຸບັນ, ອາຊຽນຕ້ອງປະເຊີນໜ້າກັບສິ່ງທ້າທາຍຫຼາຍຢ່າງ: ຄວາມເຄັ່ງຕຶງດ້ານການຄ້າ, ບັນດາຈຸດຮ້ອນເຮັ່ງຍັງບໍ່ທັນແກ້ໄຂໄດ້ ແລະ ຄວາມບໍ່ລົງລອຍກັນທາງການເມືອງເພີ່ມຂຶ້ນສູງໃນຂອບເຂດຂອງແຕ່ລະປະເທດ ແລະ ພາກພື້ນຂອງ ອາຊຽນ. ບັນດາຜູ້ແທນມີຄວາມຫວັງວ່າ ດ້ວຍເລື່ອງ ຫວຽດນາມ ດຳລົງຕຳແໜ່ງເປັນປະທານອາຊຽນ 2020 ຈະແມ່ນໂອກາດເພື່ອສ້າງຄວາມສາມັກຄີ ແລະ ພາອາຊຽນ ຮັບມືກັບບັນດາສິ່ງທ້າທາຍ. ກ່າວຄຳເຫັນທີ່ກອງປະຊຸມ, ທ່ານ ຫງວຽນກວກຢຸ້ງ ຮອງລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ເນັ້ນໜັກວ່າ:

         ຫວຽດນາມ ໃຫ້ຄຳໝັ້ນສັນຍາສ້າງ ອາຊຽນທີ່ມີຄວາມສະໜິດແໜ້ນ ແລະ ເປັນເຈົ້າການໃນການຮັບມືໃຫ້ດີກ່ວາອີກ ໃນອາຍຸການເປັນປະທານ 2020. ພ້ອມທັງເລື່ອງກາຍເປັນກຳມະການບໍ່ປະຈຳການຂອງ ສະພາຄວາມໝັ້ນຄົງ ສປຊ, ຫວຽດນາມໃຫ້ຄຳໝັ້ນສັນຍາວ່າ ຈະເປັນຂົວເຊື່ອມຕໍ່ລະຫວ່າງ ອົງການນີ້ ກັບ ອາຊຽນ ເພື່ອບັນດາເປົ້າໝາຍລວມ, ພິເສດແມ່ນໃນການສະກັດກັ້ນການປະທະກັນ ແລະ ສ້າງພື້ນຖານສັນຕິພາບແບບຢືນຢົງ.

ຕອບກັບ

ຂ່າວ/ບົດ​ອື່ນ