ຮຸງກາຣີປິດປະຕູດ່ານຊາຍແດນກັບCroatia

ຮຸງກາຣີປິດປະຕູດ່ານຊາຍແດນກັບCroatia - ảnh 1
ທ່ານ​ລັດຖະມົນຕີ​ວ່າການ
​ກະຊວງ​ການ​ຕ່າງປະ​ເທດ​ຮຸງ​ກາຣີ Peter Szijjarto
(ພາບ: VTV)


(vovworld) – ທ່ານ​ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ​ຮຸງ​ກາຣີ Peter Szijjarto ​ປະກາດວ່າ, ປະ​ເທດ​ນີ້​ໄດ້​ປິດ​ປະຕູ​​ດ່ານ​ຊາຍ​ແດນ​ກັບ Croatia, ​ໃນ​ຄໍ່າຄືນ​ວັນ​ທີ 16/10. ທ່ານ Peter Szijjarto ​ເນັ້ນ​ນັກ​ວ່າ, ຄະນະ​ລັດຖະບານ​ກ່ຽວ​ກັບ​ການປ້ອງ​ກັນ​ຄວາມ​ສະຫງົບຮຸງ​ກາຣີ ຕົກລົງ​ວ່າ, ປະ​ເທດ​ນີ້​ຕ້ອງ​ປະຕິບັດ​ບັນດາ​ຄຳ​ໝັ້ນສັນຍາ​ຕາມ​ສົນທິສັນຍາ​ພາກ​ພື້ນ​ວ່າ​ດ້ວຍ​ການໄປມາ​ຢ່າງ​ເສລີ Schengen ຢູ່​ເຂດ​ຊາຍ​ແດນຮຸງ​ກາຣີ - Croatia ​ແຕ່​ວັນ​ທີ 17/10. ຮຸງ​ກາຣີ ​ໄດ້​ແຈ້ງ​ໃຫ້​ Croatia, Slovenia, ​ໂປ​ໂລ​ຍ, Slovakia, ​ໂອ​ຕາຣິດ ​ແລະ ​ເຢຍລະ​ມັນ ກ່ຽວ​ກັບ​ຂໍ້​ຕົກລົງ​ໃໝ່​ນີ້. ຍ້ອນ​ຮຸງ​ກາຣີ ປິດ​ປະຕູ​ດ່ານ​ຊາຍ​ແດນ​ກັບ Croatia, ສະ​ນັ້ນ, ບັນດາ​ຊາວ​ອົບ​ພະ​ຍົບຕ້ອງ​ຊອກ​ຫາ​ເສັ້ນທາງ​​ໄປ​ຍັງ Slovenia ຖ້າ​ບໍ່​ຢາກ​ຖືກ​ຕິດ​ຄ້າງໄວ້​ຢູ່ Croatia.

ຂ່າວ/ບົດ​ອື່ນ