ຮັດແໜ້ນແລະເຮັດໃຫ້ການພົວພັນສາມັກຄີ ແລະ ການຮ່ວມມືຮອບດ້ານລະຫວ່າງຫວຽດນາມ - ກຸຍບາ ໃຫ້ເລິກເຊິ່ງກວ່າ

(VOVWORLD) -ທີ່ບັນດາການເຈລະຈາ, ພົບປະເຈລະຈາ, 2 ຝ່າຍຢືນຢັນລັກສະນະພິເສດຂອງການພົວພັນ 2 ຝ່າຍ; ເຫັນດີເປີດກວ້າງ, ຮັດແໜ້ນ ແລະ ເຮັດໃຫ້ການພົວພັນຖານອ້າຍນ້ອງ
ຮັດແໜ້ນແລະເຮັດໃຫ້ການພົວພັນສາມັກຄີ ແລະ ການຮ່ວມມືຮອບດ້ານລະຫວ່າງຫວຽດນາມ - ກຸຍບາ ໃຫ້ເລິກເຊິ່ງກວ່າ - ảnh 1ການນຳ 2 ປະເທດຫວຽດນາມ - ກຸຍບາ
(ພາບ: TTXVN)

ໂດຍໄດ້ຮັບຄຳເຊື້ອເຊີນຂອງທ່ານເລຂາຜູ້ທີໜຶ່ງຄະນະບໍລິຫານງານສູນກາງພັກກອມມູນິດກຸຍບາ, ປະທານປະເທດກຸຍບາ Miguel Diaz Canel Bermudez, ທ່ານປະທານປະເທດຫວຽດນາມ ຫງວຽນຊວັນຟຸກ ໄດ້ນຳໜ້າຄະນະຜູ້ແທນຂັ້ນສູງຂອງພັກ ແລະ ລັດຫວຽດນາມ ໄປຢ້ຽມຢາມສັນທະວະໄມຕີປະເທດສ.ກຸຍບາ ຢ່າງເປັນທາງການ ໃນລະຫວ່າງວັນທີ 18 – 20 ກັນຍາ.

        ໃນຖະແຫຼງການຮ່ວມລະຫວ່າງຫວຽດນາມ-ກຸຍບາ ໃນວັນທີ 20 ກັນຍາ, ໃຫ້ຮູ້ວ່າ: ທີ່ບັນດາການເຈລະຈາ, ພົບປະເຈລະຈາ, 2 ຝ່າຍຢືນຢັນລັກສະນະພິເສດຂອງການພົວພັນ 2 ຝ່າຍ; ເຫັນດີເປີດກວ້າງ, ຮັດແໜ້ນ ແລະ ເຮັດໃຫ້ການພົວພັນຖານອ້າຍນ້ອງ, ຄວາມສາມັກຄີ ແລະ ການຮ່ວມມືຮອບດ້ານໃຫ້ເລິກເຊິ່ງກວ່າ ເພື່ອແນໃສ່ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນພາລະກິດແຫ່ງການກໍ່ສ້າງ ແລະ ປົກປັກຮັກສາປະເທດຊາດ, ເພື່ອສັນຕິພາບ, ສະຖຽນລະພາບ ແລະ ການພັດທະນາຢູ່ 2 ພາກພື້ນ ແລະ ໃນໂລກ. ຫວຽດນາມ ຢືນຢັນຄືນໃໝ່ຫຼັກໝັ້ນສະເໝີຕົ້ນສະເໝີປາຍຄືດັງການສະໜັບສະໜູນພາລະກິດອັນເປັນທຳຂອງປະຊາຊົນກຸຍບາ; ຄັດຄ້ານເລື່ອງເພີ່ມທະວີບັນດາມາດຕະການລົງໂທດພຽງລຳພັງຝ່າຍດຽວ ແລະ ເນັ້ນໜັກເຖິງບັນດາມາດຕະການດັ່ງກ່າວ ເຮັດໃຫ້ສະພາບເສດຖະກິດສັງຄົມຂອງປະຊາຊົນກຸຍບາ ໃນສະພາບເກີດໂລກລະບາດຄືໃນປະຈຸບັນ ຮ້າຍແຮງ, ຫຍຸ້ງຍາກກວ່າ.

        ການນຳ 2 ທ່ານໄດ້ເຫັນດີຄວນສືບຕໍ່ຮັກສາການແລກປ່ຽນລວມໝູ່ໃນບັນດາຂົງເຂດຄື: ການຄ້ຳປະກັນດ້ານສະບຽງອາຫານ, ຂໍ້ມູນຂ່າວສານ, ສື່ສານ, ການປ້ອງກັນຊາດ - ປ້ອງກັນຄວາມສະຫງົບ, ການຕ່າງປະເທດ ແລະ ເສດຖະກິດ… ການນຳ 2 ທ່ານຢືນຢັນຄືນໃໝ່ບັນດາການຂັດແຍ້ງກັນສາກົນຕ້ອງໄດ້ຮັບການແກ້ໄຂໂດຍສັນຕິວິທີ, ເຄົາລົບປະຕິບັດບັນດາຫຼັກການຂອງກົດໝາຍສາກົນ ຢ່າງເຂັ້ມງວດ ແລະ ກົດບັດຂອງສະຫະປະຊາຊາດ; ສືບຕໍ່ສະໜັບສະໜູນເຊິ່ງກັນແລະກັນຢູ່ບັນດາເວທີປາໄສສາກົນ ແລະ ເວທີປາໄສ 2 ຝ່າຍ ເຊິ່ງລ້ວນແຕ່ແມ່ນສະມາຊິກ, ໂດຍສະເພາະແມ່ນສະຫະປະຊາຊາດ.

ຕອບກັບ

ຂ່າວ/ບົດ​ອື່ນ