ຮັບປະກັນຄວາມປອດໄພໃຫ້ແກ່ຊີວິດອິນຊີວາຂອງປະຊາຊົນຫລັງຝົນຕົກໜັກ, ພະຍຸ

(VOVWORLD) -   ຕາມການສະຖິຕິຜົນເສຍຫາຍຈາກພະຍຸ ແລະ ຝົນຕົກໜັກຂອງພະຍຸລຸກທີ 9 ແລ້ວ ໄດ້ມີຜູ້ເສຍຊີວິດ 20 ຄົນ, ຜູ້ຫາຍສາບສູນ 42 ຄົນ ແລະ ຜູ້ຮັບບາດເຈັບ 80 ຄົນ.
ຮັບປະກັນຄວາມປອດໄພໃຫ້ແກ່ຊີວິດອິນຊີວາຂອງປະຊາຊົນຫລັງຝົນຕົກໜັກ, ພະຍຸ - ảnh 1ພາບປະກອບ/nhandan.com.vn

  ທີ່ກອງປະຊຸມຂອງຫ້ອງການປະຈຳຄະນະຊີ້ນຳສູນກາງກ່ຽວກັບການປ້ອງກັນ, ຕ້ານໄພທຳມະຊາດ ໃນຕອນເຊົ້າວັນທີ 30 ຕຸລາ ຢູ່ ຮ່າໂນ້ຍ, ບັນດາຜູ້ແທນໄດ້ເຫັນດີເປັນເອກະພາບ ຕ້ອງຮີບເຮັ່ງຊອກຫາຜູ້ຫາຍສາບສູນ, ສືບຕໍ່ຮັບປະກັນຄວາມປອດໄພໃຫ້ແກ່ຊີວິດອິນຊີຂອງປະຊາຊົນຫລັງພະຍຸລູກທີ 9. ທ່ານ ຫງວຽນວັນຕ໊ຽນ, ຮອງຫົວໜ້າກົມໃຫຍ່ປ້ອງກັນ, ຕ້ານໄພທຳມະຊາດ, ຮອງຫົວໜ້າຫ້ອງການຄະນະຊີ້ນຳສູນກາງກ່ຽວກັບການປ້ອງກັນ, ຕ້ານໄພທຳມະຊາດ ໄດ້ສະເໜີໃຫ້ບັນດາທ້ອງຖິ່ນ ຈົ່ງສືບຕໍ່ປະຕິບັດຕາມໂທລະເລກທາງການຂອງນາຍົກລັດຖະມົນຕີ, ໂທລະເລກທາງການຂອງຄະນະຊີ້ນຳສູນກາງກ່ຽວກັບການປ້ອງກັນ, ຕ້ານໄພທຳມະຊາດກ່ຽວກັບການຮັບມືກັບຝົນຕົກໜັກ, ພະຍຸ ແລະ ຊອກຫາຜູ້ຫາຍສາບສູນຢ່າງເຂັ້ມງວດ.

        ຕາມການສະຖິຕິຜົນເສຍຫາຍຈາກພະຍຸ ແລະ ຝົນຕົກໜັກຂອງພະຍຸລຸກທີ 9 ແລ້ວ ໄດ້ມີຜູ້ເສຍຊີວິດ 20 ຄົນ, ຜູ້ຫາຍສາບສູນ 42 ຄົນ ແລະ ຜູ້ຮັບບາດເຈັບ 80 ຄົນ.

ຕອບກັບ

ຂ່າວ/ບົດ​ອື່ນ