ຮັບປະກັນຄວາມສະຫງົບ, ປອດໄພໃຫ້ແກ່ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 37 ຢ່າງເດັດຂາດ

(VOVWORLD) - ວັນທີ 06 ພະຈິກ, ທີ່ຮ່າໂນ້ຍ, ອະນຸກຳມະການປ້ອງກັນຄວາມສະຫງົບປອດໄພ - ສາທາລະນະສຸກຂອງກອງປະຊຸມສຸດຍອດ ອາຊຽນ 2020 ໄດ້ດຳເນີນວາລະປະຊຸມເທື່ອທີ 7 ເພື່ອຕີລາຄາໝາກຜົນແຫ່ງການປະຕິບັດງານ ແລະ ຜັນຂະຫຍາຍບັນດາວຽກງານຈຸດສຸມທີ່ກະກຽມໃຫ້ແກ່ກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 37. 
ຮັບປະກັນຄວາມສະຫງົບ, ປອດໄພໃຫ້ແກ່ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 37 ຢ່າງເດັດຂາດ - ảnh 1 ວາລະປະຊຸມເທື່ອທີ 7  (ພາບ: VOV)

  ກ່າວຄຳເຫັນນະທີ່ນີ້, ທ່ານພົນໂທ ບຸຍວັນນາມ, ຮອງລັດຖະມົນຕີກະຊວງຕຳຫລວດຫວຽດນາມ ໄດ້ເນັ້ນໜັກວ່າ: ກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 37 ແມ່ນເຫດການສຳຄັນທີ່ສຸດຂອງປີປະທານ ອາຊຽນ 2020 ຂອງ ຫວຽດນາມ; ຮັບປະກັນຄວາມສະຫງົບ, ປອດໄພໃຫ້ແກ່ກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 37 ຢ່າງເດັດຂາດ ແມ່ນມີຄວາມໝາຍດ້ານການເມືອງອັນໃຫຍ່ຫລວງ, ປະກອບສ່ວນສືບຕໍ່ປັບປຸງທີ່ຕັ້ງ, ບົດບາດຂອງປີປະທານ ອາຊຽນ 2020, ຍົກສູງທີ່ຕັ້ງບົດບາດຂອງ ຫວຽດນາມ ຢູ່ເວທີສາກົນ. ທ່ານຮອງລັດຖະມົນຕີກະຊວງຕຳຫລວດ ຫວຽດນາມ ບຸຍວັນນາມ ໄດ້ຮຽກຮ້ອງໃຫ້ບັນດາສະມາຊິກອະນຸກຳມະການ ຕ້ອງເພີ່ມທະວີວຽກງານ, ປຸກລະດົມບັນດາກຳລັງ, ພາຫະນະທັງໝົດ ເພື່ອຮັບປະກັນຄວາມສະຫງົບ, ປອດໄພຢ່າງເດັດຂາດ, ປະກອບສ່ວນຮັບໃຊ້ໃຫ້ແກ່ກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 37 ໃຫ້ປະສົບຜົນສຳເລັດຢ່າງຈົບງາມ.

ຕອບກັບ

ຂ່າວ/ບົດ​ອື່ນ