ຮັບ​ປະ​ກັນ​ບົດ​ບາດ​ເປັນ​ໃຈ​ກາງ ກໍ​ຄື ການ​ພົວ​ພັນ​ຕ່າງ​ປະ​ເທດ ຂອງ ອາ​ຊຽນ

(VOVWORLD) - ວັນທີ 7 ເມສາ 2021, ທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດ ຫງວຽນກວັກຢຸງ, ຫົວໜ້າເຈົ້າໜ້າທີ່ອາວຸໂສ (SOM) ອາຊຽນ ຫວຽດນາມ ໄດ້ນຳໜ້າຄະນະຜູ້ແທນ ຫວຽດນາມ ເຂົ້າຮ່ວມກອງປະຊຸມ SOM ອາຊຽນ ຕາມຮູບການທາງອອນລາຍ.
ຮັບ​ປະ​ກັນ​ບົດ​ບາດ​ເປັນ​ໃຈ​ກາງ ກໍ​ຄື ການ​ພົວ​ພັນ​ຕ່າງ​ປະ​ເທດ ຂອງ ອາ​ຊຽນ - ảnh 1ທ່ານຮອງລັດຖະມົນຕີການຕ່າງປະເທດ ຫງວຽນກວັກຢຸງ (ພາບ: TTXVN)

ທ່ານຮອງລັດຖະມົນຕີການຕ່າງປະເທດ ຫງວຽນກວັກຢຸງ ແບ່ງປັນຄວາມວິຕົກກັງວົນກ່ຽວກັບບັນດາການຜັນແປຢ່າງສັບສົນໃນໄລຍະຜ່ານມາຢູ່ທະເລ ຕາເວັນອອກ, ສະເໜີ ອາຊຽນ ຮັກສາຄວາມສາມັກຄີ ແລະ ຫຼັກໝັ້ນຫຼັກການ, ມານະພະຍາຍາມເຈລະຈາ ເພື່ອສ້າງ COC ມີຜົນສັກສິດ, ແທດຈິງ, ສອດຄ່ອງກັບກົດໝາຍສາກົນ, ໃນນັ້ນ ມີ UNCLOS 1982.

        ທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ຫງວຽນກວັກຢຸງ ຢັ້ງຢືນຄືນກ່ຽວກັບການສະໜັບສະໜູນ ແລະ ຄຳໝັ້ນສັນຍາ ຂອງ ຫວຽດນາມ ສຳລັບບັນດາບຸລິມະສິດ, ຂໍ້ລິເລີ່ມຮ່ວມມື ອາຊຽນ 2021. ທ່ານຮອງລັດຖະມົນຕີ ຫງວຽນກວັກຢຸງ ກໍຖືວ່າ: ບັນດາບຸລິມະສິດ, ຂໍ້ລິເລີ່ມດັ່ງກ່າວ ຕ້ອງອີງໃສ່ບັນດາຜົນງານ ເຊິ່ງ ອາຊຽນ ບັນລຸໄດ້ໃນປີ 2020, ພິເສດແມ່ນໃນການສ້າງປະຊາຄົມ, ການປ້ອງກັນ, ຕ້ານ, ຄວບຄຸມ ແລະ ຟື້ນຟູພາຍຫຼັງໂລກລະບາດ.

        ທ່ານຮອງລັດຖະມົນຕີ ຫງວຽນກວັກຢຸງ ກໍແບ່ງປັນກ່ຽວກັບຄວາມໝາຍ ແລະ ບັນດາບາດກ້າວເດີນຕໍ່ໄປຂອງ ຫວຽດນາມ ໃນການຊຸກຍູ້ການຮັດແຄບໄລຍະຫ່າງພັດທະນາໃນ ອາຊຽນ, ພິເສດແມ່ນໃນການຍົກລະດັບການຮ່ວມມືໃນອະນຸພາກພື້ນ. ເພື່ອຊຸກຍູ້ຂໍ້ລິເລີ່ມດັ່ງກ່າວ, ຫວຽດນາມ ຈະຈັດຕັ້ງເວທີປາໄສ ອາຊຽນ ກ່ຽວກັບການ “ຮ່ວມມືໃນອະນຸພາກພື້ນ: ຮັດແຄບໄລຍະຫ່າງພັດທະນາຢູ່ບັນດາອະນຸພາກພື້ນ ເພື່ອຟື້ນຟູຢ່າງຮອບດ້ານ ແລະ ພັດທະນາແບບຍືນຍົງ”.


ຕອບກັບ

ຂ່າວ/ບົດ​ອື່ນ