ຮັບ​ປະ​ກັນ​ປະ​ສິດ​ທິ​ຜົ​ນ​ໃນ​ການ​ຜັນ​ຂະ​ຫຍາຍປະ​ຕິ​ບັດ​ບັນ​ດາ​ນະ​ໂຍ​ບາຍ​ຢູ່​ເຂດ​ພໍ່​ແມ່​ປະ​ຊາ​ຊົນ​ບັນ​ດາ​ເຜົ່າ​ສ່ວນ​ໜ້ອຍ

(VOVWORLD) - ຕອນບ່າຍວັນທີ 6 ມິຖຸນາ, ຢູ່ຫໍສະພາແຫ່ງຊາດ, ທ່ານລັດຖະມົນຕີ; ຫົວໜ້າກຳມາທິການຊົນເຜົ່າ ເຮົາອາເລັ່ງ ໄດ້ຕອບຄຳຊັກຖາມຕໍ່ສະພາແຫ່ງຊາດກ່ຽວກັບການຜັນຂະຫຍາຍປະຕິບັດໂຄງການເປົ້າໝາຍແຫ່ງຊາດ; ດຶງດູດແຫຼ່ງກຳລັງໜູນຊ່ວຍລົງທຶນພັດທະນາເຂດພໍ່ແມ່ປະຊາຊົນບັນດາເຜົ່າສ່ວນໜ້ອຍ ແລະ ເຂດພູດອຍ; ການແກ້ໄຂຄວາມຫຍຸ້ງຍາກກ່ຽວກັບທີ່ດິນປຸກສ້າງ, ດິນຜະລິດສຳລັບພໍ່ແມ່ປະຊາຊົນເຜົ່າສ່ວນໜ້ອຍ.
ຮັບ​ປະ​ກັນ​ປະ​ສິດ​ທິ​ຜົ​ນ​ໃນ​ການ​ຜັນ​ຂະ​ຫຍາຍປະ​ຕິ​ບັດ​ບັນ​ດາ​ນະ​ໂຍ​ບາຍ​ຢູ່​ເຂດ​ພໍ່​ແມ່​ປະ​ຊາ​ຊົນ​ບັນ​ດາ​ເຜົ່າ​ສ່ວນ​ໜ້ອຍ - ảnh 1ທ່ານລັດຖະມົນຕີ, ຫົວໜ້າກຳມາທິການຊົນເຜົ່າ ເຮົ່າອາເລັ່ງ ຕອບຄຳຊັກຖາມ (ພາບ: quochoi.vn)

ຕາມທ່ານລັດຖະມົນຕີ, ຫົວໜ້າກຳມາທິການຊົນເຜົ່າ ເຮົ່າອາເລັ່ງ ແລ້ວ, ພັກ, ລັດ ຫວຽດນາມ ໄດ້ປະກາດໃຊ້ຫຼາຍນະໂຍບາຍເພື່ອແນໃສ່ພັດທະນາເຂດພໍ່ແມ່ປະຊາຊົນບັນດາເຜົ່າສ່ວນໜ້ອຍ, ໃນນັ້ນ ມີໂຄງການເປົ້າໝາຍແຫ່ງຊາດ. ໂຄງການດັ່ງກ່າວໄດ້ສ້າງຂຶ້ນ ດ້ວຍຫຼາຍໂຄງການຍ່ອຍ ແລະ ໄດ້ຜັນຂະຫຍາຍປະຕິບັດຢູ່ 51/63 ແຂວງ, ນະຄອນ.

        ກ່ຽວກັບການລະດົມແຫຼ່ງທຶນຮັບໃຊ້ໂຄງການດັ່ງກ່າວ, ທ່ານລັດຖະມົນຕີ ໃຫ້ຮູ້ວ່າ ກຳມາທິການຊົນເຜົ່າ ໄດ້ເປັນເສນາທິການໃຫ້ແກ່ລັດຖະບານ ຍື່ນສະເໜີຕໍ່ຄະນະປະຈຳສະພາແຫ່ງຊາດ ເພື່ອຈັດສັນທຶນໃຫ້ຄົບຖ້ວນນັ້ນ ແມ່ນ 104.000 ຕື້ດົ່ງ (4,4 ຕື້ USD) ເພື່ອຮັບໃຊ້ໄລຍະແຕ່ນີ້ຮອດປີ 2025; ແຫຼ່ງທຶນດັ່ງກ່າວໄດ້ຫັກຈາກງົບປະມານແຫ່ງລັດ.  ນອກຈາກນັ້ນ, ຍັງມີບາງແຫຼ່ງທຶນອື່ນໆ ຈາກກອງທຶນສິນເຊື່ອ, ທຶນສົມທົບຈາກທ້ອງຖິ່ນ; ລະດົມແຫຼ່ງທຶນນອກງົບປະມານ…

        Hong Van

ຕອບກັບ

ຂ່າວ/ບົດ​ອື່ນ