ນັກຄົ້ນຄ້ວາ ໂຮ່ເຕີນຟານ ແລະ ເອກະສານກຳນົດ
ຮ່ວາງຊາ, ເຈື່ອງຊາແມ່ນຂອງຫວຽດນາມ
|
(vovworld)- ຄະນະກຳມະການຊາຍແດນແຫ່ງຊາດ ຫາກໍ່ຮັບເອກະສານກຳນົດ ໝູ່ເກາະ ຮ່ວາງຊາ ແລະ ເຈື່ອງຊາ ແມ່ນຂອງຫວຽດນາມ ໂດຍນັກຄົ້ນຄ້ວາວັດທະນະທຳ ໂຮ່ເຕີນຟານ ຢູ່ ນະຄອນ ເຫ້ວ ມອບໃຫ້. ນີ້ແມ່ນເອກະສານຄັດຈາກປື້ມປະຫວັດສາດຕົ້ນສະບັບຂອງລາຊະວົງ ຫງວຽນ ໂດຍ ມະຫາວິທະຍາໄລ Kieo ຂອງ ຍີ່ປຸ່ນ ຮຽບຮຽງ, ພິມຈຳຫນ່າຍເມື່ອປີ 1961. ເລື່ອງຄົ້ນພົບປື້ມປະຫວັດສາດຂອງລາຊະວົງ ຫງວຽນ ທີ່ໄດ້ຮັບການພິມຈຳຫນ່າຍຢູ່ ຍີ່ປຸ່ນ ໄດ້ຮັບຖືວ່າ ແມ່ນແຫລ່ງເອກະສານສຳຄັນ, ແມ່ນຫນຶ່ງໃນບັນດາເອກະສານມີຄຸນຄ່າດ້ານກົດໝາຍສູງສຸດ ເພື່ອກຳນົດອະທິປະໄຕຂອງຫວຽດນາມ ສຳລັບ ໝູ່ເກາະຮ່ວາງຊາ ແລະ ເຈື່ອງຊາ. ນັກຄົ້ນຄ້ວາ ໂຮ່ເຕີນຟານໃຫ້ຮູ້ວ່າ:
“ໃນປື້ມປະຫວັດສາດນີ້ ມີ 17 ຕອນໄດ້ເຕື້ອງເຖິງ ແລະ ກຳນົດອະທິປະໄຕທະເລ, ໝູ່ເກາະ ຮ່ວາງຊາ, ເຈື່ອງຊາ ແມ່ນຂຶ້ນກັບຫວຽດນາມ. ນັ້ນແມ່ນເອກະສານລວບລວມຫລາຍຮູບການ ຈາກການຂຸດຄົ້ນແຫລ່ງຜົນປະໂຫຍດທາງດ້ານເສດຖະກິດຕະຫລອດຮອດການວັດແທກ, ປັກຫລັກໝາຍ, ການກໍ່ສ້າງຈາກຄົນລຸ້ນນີ້ໄປສູ່ຄົນລຸ້ນອື່ນ. ພື້ນຖານເພື່ອກຳນົດອະທິປະໄຕສວ່ນຫລາຍ ລ້ວນແຕ່ເຕື້ອງເຖິງ ໃນປື້ມປະຫວັດດັ່ງກ່າວ.”