ຮ່ວມ​ມື​ກັນ​ຊຸກ​ຍູ້​ການ​ພົວ​ພັນ​ດ້ານ​ການ​ຄ້າ ແລະ ການ​ລົງ​ທຶນ​ລະ​ຫວ່າງ ວິ​ສາ​ຫະ​ກິດ ຫວຽດ​ນາມ ແລະ ມາ​ເລ​ເຊຍ

(VOVWORLD) -ທູດການຄ້າ ຫວຽດນາມ ປະຈຳ ມາເລເຊຍ ແລະ ສະມາຄົມວິສາຫະກິດຫວຽດນາມ ປະຈຳ ມາເລເຊຍ (VMBIZ) ໄດ້ລົງນາມໃນບົດບັນທຶກຊ່ວຍຈຳວ່າດ້ວຍການເພີ່ມທະວີການຮ່ວມມື.

ຮ່ວມ​ມື​ກັນ​ຊຸກ​ຍູ້​ການ​ພົວ​ພັນ​ດ້ານ​ການ​ຄ້າ ແລະ ການ​ລົງ​ທຶນ​ລະ​ຫວ່າງ ວິ​ສາ​ຫະ​ກິດ ຫວຽດ​ນາມ ແລະ ມາ​ເລ​ເຊຍ - ảnh 1 ທູດການຄ້າ ຫວຽດນາມ ປະຈຳ ມາເລເຊຍ ແລະ ສະມາຄົມວິສາຫະກິດຫວຽດນາມ ປະຈຳ ມາເລເຊຍ (VMBIZ) ໄດ້ລົງນາມໃນບົດບັນທຶກຊ່ວຍຈຳວ່າດ້ວຍການເພີ່ມທະວີການຮ່ວມມື (ພາບ: TTXVN)

ວັນທີ 23 ກັນຍາ, ທູດການຄ້າ ຫວຽດນາມ ປະຈຳ ມາເລເຊຍ ແລະ ສະມາຄົມວິສາຫະກິດຫວຽດນາມ ປະຈຳ ມາເລເຊຍ (VMBIZ) ໄດ້ລົງນາມໃນບົດບັນທຶກຊ່ວຍຈຳວ່າດ້ວຍການເພີ່ມທະວີການຮ່ວມມື ເພື່ອແນໃສ່ຊຸກຍູ້ການພົວພັນດ້ານການຄ້າ ແລະ ການລົງທຶນລະຫວ່າງວິສາຫະກິດສອງປະເທດ. ກ່າວຄຳເຫັນທີ່ພິທີລົງນາມ, ທ່ານເອກອັກຄະລັດຖະທູດຫວຽດນາມ ປະຈຳ ມາເລເຊຍ ເລກຸ໊ຍກວິ່ງ ຕີລາຄາສູງເລື່ອງ ທູດການຄ້າຫວຽດນາມ ປະຈຳ ມາເລເຊຍ ແລະ ສະມາຄົມວິສາຫະກິດຫວຽດນາມ ປະຈຳ ມາເລເຊຍ ໄດ້ລົງນາມໃນບົດບັນທຶກຊ່ວຍຈຳດັ່ງກ່າວ. ພາຍຫຼັງພິທີລົງນາມ, ທູດການຄ້າ ແລະ ສະມາຄົມວິສາຫະກິດຫວຽດນາມ ປະຈຳ ມາເລເຊຍ ຕ້ອງສ້າງຫົວໜ່ວຍສະເພາະກິດໂດຍໄວ, ເພີ່ມທະວີການພົບປະ, ແລກປ່ຽນຂໍ້ມູນ ເພື່ອບໍລິຫານບັນດາການເຄື່ອນໄຫວລວມ.

        ຫຼັງຈາກນັ້ນ, ບັນດາວິສາຫະກິດ ຫວຽດນາມ ແລະ ມາເລເຊຍ ໄດ້ມີການພົບປະແລກປ່ຽນຂໍ້ມູນ ກໍຄືຊອກຫາກາລະໂອກາດຮ່ວມມືນຳກັນ.


ຕອບກັບ

ຂ່າວ/ບົດ​ອື່ນ