ຮ່ວມແຮງຮ່ວມໃຈເພື່ອຄວາມປອດໄພໃຫ້ແມ່ຍິງ ແລະ ເດັກນ້ອຍ

(VOVWORLD) - ວັນທີ 01 ມີນາ, ທີ່ຮ່າໂນ້ຍ, ສູນກາງສະຫະພັນແມ່ຍິງ ຫວຽດນາມ ຈັດຕັ້ງກອງປະຊຸມຖະແຫຼງຂ່າວເພື່ອປະກາດກ່ຽວກັບບັນດາການເຄື່ອນໄຫວສະເຫຼີມສະຫຼອງ 179 ປີແຫ່ງວັນ 2 ພະນາງຈຶງລຸກຮື້ຂຶ້ນ ແລະ 109 ປີແຫ່ງວັນແມ່ຍິງສາກົນ(08/03). 
ຮ່ວມແຮງຮ່ວມໃຈເພື່ອຄວາມປອດໄພໃຫ້ແມ່ຍິງ ແລະ ເດັກນ້ອຍ - ảnh 1 ກອງປະຊຸມຖະແຫຼງຂ່າວ (ພາບ:hoilhpn.org.vn)

ນະທີ່ນີ້, ສະຫະພັນແມ່ຍິງ ຫວຽດນາມ ໃຫ້ຮູ້ວ່າ: ໜຶ່ງໃນບັນດາການເຄື່ອນໄຫວຈຸດສຸມແມ່ນ ພິທີສະເຫຼີມສະຫຼອງ 109 ປີແຫ່ງວັນແມ່ຍິງສາກົນ (08/03) ແລະ ປຸກລະດົມ “ປີແຫ່ງຄວາມປອດໄພໃຫ້ແມ່ຍິງ ແລະ ເດັກນ້ອຍ” ໄດ້ຖ່າຍທອດສົດຢູ່ ຮ່າໂນ້ຍ ແລະ ນະຄອນ ໂຮ່ຈີມິນ. ນີ້ແມ່ນການເຄື່ອນໄຫວແນໃສ່ຊຸກຍູ້ສະມາຄົມທຸກຂັ້ນ, ພະນັກງານ, ສະມາຊິກ, ແມ່ຍິງທົ່ວປະເທດ ຕອບສະໜອງຫົວເລື່ອງຂອງປີ ດ້ວຍບັນດາວຽກງານເໝາະສົມ, ແທດຈິງ, ພ້ອມກັນຮ່ວມແຮງຮ່ວມໃຈມີການກະທຳເພື່ອຄວາມປອດໄພຂອງແມ່ຍິງ ແລະ ເດັກຍິງ. ທ່ານນາງ ຫງວຽນທິມິງເຮືອງ, ຫົວໜ້າຄະນະໂຄສະນາສຶກສາ, ສະຫະພັນແມ່ຍິງ ຫວຽດນາມ ໃຫ້ຮູ້ວ່າ:

        ບັນດາການເຄື່ອນໄຫວສຸມໃສ່ເຂົ້າໃນຫົວເລື່ອງຂອງປີແມ່ນຄວາມປອດໄພໃຫ້ແມ່ຍິງ ແລະ ເດັກນ້ອຍ, ໃນນັ້ນ ມີບາງການເຄື່ອນໄຫວກ່ຽວກັບຮູບການປົກປ້ອງແມ່ຍິງ ແລະ ເດັກນ້ອຍ. ພິເສດ, ປີນີ້ ສະມາຄົມທຸກຂັ້ນຈະມີການສົມທົບກັບບັນດາອົງການທີ່ກ່ຽວຂ້ອງ ປະຕິບັດພາລະໜ້າທີ່ຂອງຕົນເປັນຢ່າງດີ.

        ເນື່ອງໃນໂອກາດນີ້, ສະຫະພັນແມ່ຍິງ ຫວຽດນາມ ຈະຈັດຕັ້ງພິທີມອບລາງວັນ Kovalevskaia ໃຫ້ໝູ່ຄະນະ ແລະ ບຸກຄົນທີ່ມີຜົນງານດີເດັ່ນໃນຂົງເຂດຄົ້ນຄວ້າວິທະຍາສາດເວົ້າລວມ ແລະ ຄົ້ນຄວ້າວິທະຍາສາດທຳມະຊາດເວົ້າສະເພາະ.

ຕອບກັບ

ຂ່າວ/ບົດ​ອື່ນ