ຮອງນາຍົກລັດຖະມົນຕີ Nguyen Xuan Phuc ຕ້ອນຮັບລັດຖະມົນຕີກະຊວງພາຍໃນລາວ

ຮອງນາຍົກລັດຖະມົນຕີ Nguyen Xuan Phuc ຕ້ອນຮັບລັດຖະມົນຕີກະຊວງພາຍໃນລາວ - ảnh 1
ທ່ານ​ຮອງ​ນາຍົກລັດຖະມົນຕີຫວຽດນາມ Nguyen Xuan Phuc
ຕ້ອນຮັບ​​ລັດຖະມົນຕີ​ກະຊວງ​ພາຍ​ໃນ ສປປ​ລາວ
( ພາບ: VGP )


( vovworld ) -   ວັນ​ທີ 19/6, ຢູ່​ສຳນັກງານ​ລັດຖະບານ, ທ່ານ​ຮອງ​ນາຍົກລັດຖະມົນຕີຫວຽດນາມ Nguyen Xuan Phuc ​ໄດ້​ໃຫ້ການ​ຕ້ອນຮັບ​ທ່ານ​ລັດຖະມົນຕີ​ກະຊວງ​ພາຍ​ໃນ ສປປ​ລາວ ຄຳ​ປານ ພິລາ​ວົງ, ​ທີ່ໄດ້​ນຳ​ໜ້າ​ຄະນະ​ຜູ້​ແທນລາວ ​ມາ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່​ຫວຽດນາມ. ທ່ານ​ຮອງ​ນາຍົກລັດຖະມົນຕີ Nguyen Xuan Phuc ​ໄດ້​ຊົມ​ເຊີຍ​ການ​ຢ້ຽມຢາມ ​ແລະ ​ເຮັດ​ວຽກຂອງ​ຄະນະ ​ແມ່ນ​ການ​ເຄື່ອນ​ໄຫວ​ແທດ​ຈິງ​ເພື່ອຄໍານັບ​ຮັບ​ຕ້ອນ​ປີ​ແຫ່ງ​ຄວາມ​ສາມັກຄີ​ຫວຽດນາມ - ລາວ, ສະ​ເຫຼີ​ມສະຫຼອງ 50 ປີ​ແຫ່ງ​ວັນ​ສ້າງສາ​ຍພົວພັນ​ທາງ​ການ​ທູດ, 35 ປີ​ແຫ່ງ​ວັນ​ເຊັນ​ສົນທິສັນຍາ​ມິດຕະພາບ​ການຮ່ວມ​ມືຫວຽດນາມ - ລາວ. ທ່ານ​ຮອງ​ນາຍົກລັດຖະມົນຕີ​ໄດ້​ຢືນຢັນ​ວ່າ ຍາມ​ໃດ​ຫວຽດນາມ ກໍ​ຖື​ເປັນ​ສຳຄັນ​ສາຍ​ພົວພັນ​ມິດຕະພາບ​ແບບ​ພິ​ເສດ​ກັບ​ລາວ ​ແລະ ສືບ​ຕໍ່​ຍູ້​ແຮງ, ​ເພີ່ມ​ທະວີ​ການ​ພົວພັນ​ຮ່ວມ​ມື​ຢ່າງຮອບດ້ານ, ​ໂດຍ​ສະ​ເພາະ​ແມ່ນ​ໃນ​ຂົງ​ເຂດ​ການ​ງານ, ບໍລິຫານອຳນາດ​ການ​ປົກຄອງທ້ອງ​ຖິ່ນ, ປະຕິ​ຮູບ​ລະບຽບ​ການ​ບໍລິຫານ. ​ເພື່ອ​ສ້າງ​ພື້ນຖານການ​ປົກຄອງ​ມີ​ຄວາມ​​ສັກສິດ, ມີປະສິດທິ​ຜົນ, ຕອບ​ສະໜອງ​ຄວາມ​ຮຽກຮ້ອງ​ຕ້ອງການ​ຂອງ​ປະຊາຊົນ​ສອງ​ປະ​ເທດ, ຫວຽດນາມ ​ໄດ້​ກຽມພ້ອມ​ການ​ຊ່ວຍ​ເຫຼືອ​ດ້ານ​ວິຊາ​ຊີບ​ສຳລັບ​ກະຊວງ​ພາຍ​ໃນ​ລາວ ດ້ວຍ​ການ​ສົ່ງ​ຜູ້​ຊ່ຽວຊານ​ໄປ​ລາວ ​ເພື່ອ​​ໃຫ້​ຄຳ​ປຶກສາ, ໜູນ​ຊ່ວຍ​ການ​ຄົ້ນຄວ້າ, ສ້າງ​ນະ​ໂຍບາຍ​​ກົດໝາຍ​ໃນ​ຂົງ​ເຂດ​ວຽກ​ງານ​ຂອງ​ສອງ​ຝ່າຍ; ຊ່ວຍ​ເຫຼືອ​ຍົກ​ສູງ​ລະດັບ​ວິຊາ​ຊີບ​ໃຫ້​ແກ່​ພະນັກງານ, ພາລະ​ກອນ​ຂອງ​ລາວ, ພ້ອມ​ກັນ​ນັ້ນ​ໜູນ​ຊ່ວຍ​ລາວ ​ໃນ​ຂົງ​ເຂດ​ປະຕິ​ຮູບ​ລະບຽບ​ການ​ບໍລິຫານ.

ຂ່າວ/ບົດ​ອື່ນ