ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ, ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ ຫວຽດ​ນາມ ຕ້ອນ​ຮັບ​ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ ສ.ເກົາຫຼີ

(VOVWORLD) -ທ່ານ Lee Tea ho ຢັ້ງຢືນວ່າ ຫວຽດນາມ ແມ່ນຄູ່ຮ່ວມມືຈຸດສຸມຂອງ ສ.ເກົາຫຼີ, ຍາມໃດລັດຖະບານ ສ.ເກົາຫຼີ ກໍ່ປາດຖະໜາຢາກເຮັດໃຫ້ການພົວພັນ ແລະ ການຮ່ວມມືລະຫວ່າງສອງປະເທດ ເລິກເຊິ່ງກ່ວາອີກ, ກຽມພ້ອມກັບ ຫວຽດນາມປະຕິບັດເປົ້າໝາຍທາງປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ - 19 ທັງພັດທະນາເສດຖະກິດ - ສັງຄົມ.
ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ, ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ ຫວຽດ​ນາມ ຕ້ອນ​ຮັບ​ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ ສ.ເກົາຫຼີ - ảnh 1ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ຕ້ອນຮັບຮອງລັດຖະມົນຕີກະຊວງການຕ່າງປະເທດ ສ.ເກົາຫຼີ (ພາບ: TTXVN)

ວັນທີ 4 ທັນວາ, ທີ່ການຕ້ອນຮັບທ່ານ Lee Tea ho ຮອງລັດຖະມົນຕີກະຊວງການຕ່າງປະເທດ ສ.ເກົາຫຼີ ເນື່ອງໃນໂອກາດມາເຂົ້າຮ່ວມເວທີປາໄສວິສາຫະກິດ ແມ່ຂອງ - ສ.ເກົາຫຼີ ຄັ້ງທີ 8 ຢູ່ຮ່າໂນ້ຍ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ຟ້າມບິ່ງມິນ ຢັ້ງຢືນວ່າ ຫວຽດນາມຖືເປັນສຳຄັນ ແລະ ຢາກພັດທະນາການພົວພັນຮ່ວມມືກັບ ສ.ເກົາຫຼີໃນທຸກຂົງເຂດ. ທ່ານຟ້າມດບິ່ງມິງສະເໜີໃຫ້ກະຊວງການຕ່າງປະເທດ ຂອງສອງປະເທດຄວນເສີມຂະຫຍາຍບົດບາດເປັນສູນກາງຊຸກຍູ້ການຮ່ວມມືລະຫວ່າງ ສອງປະເທດ, ມຸ່ງໄປເຖິງເຫດການສະເຫຼີມສະຫຼອງ 30 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດໃນປີ 2022.

ສ່ວນທ່ານ Lee Tea ho ຢັ້ງຢືນວ່າ ຫວຽດນາມ ແມ່ນຄູ່ຮ່ວມມືຈຸດສຸມຂອງ ສ.ເກົາຫຼີ, ຍາມໃດລັດຖະບານ ສ.ເກົາຫຼີ ກໍ່ປາດຖະໜາຢາກເຮັດໃຫ້ການພົວພັນ ແລະ ການຮ່ວມມືລະຫວ່າງສອງປະເທດ ເລິກເຊິ່ງກ່ວາອີກ, ກຽມພ້ອມກັບ ຫວຽດນາມປະຕິບັດເປົ້າໝາຍທາງປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ - 19 ທັງພັດທະນາເສດຖະກິດ - ສັງຄົມ.

ຕອບກັບ

ຂ່າວ/ບົດ​ອື່ນ