ຮອງນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເປັນປະທານກອງປະຊຸມ ຜັນຂະຫຍາຍແຜນຮ່າງ 896

ຮອງນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເປັນປະທານກອງປະຊຸມ ຜັນຂະຫຍາຍແຜນຮ່າງ 896 - ảnh 1
ທ່ານ​ຮອງນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ, ຫົວໜ້າ​ຄະນະ​ຊີ້​ນຳ​ແຜນ​ຮ່າງ 896

(vovworld) – ​ແຜນ​ຮ່າງ 896 ຂອງ​ນາຍົກລັດຖະມົນຕີ ຫຼື​ເອີ້ນ​ວ່າ: ​ແຜນ​ຮ່າງ​ສັງ​ລວມຫັນ​ລະບຽບ​ການ​ບໍລິຫານ​ຂອງ​ພົນລະ​ເມືອງ ​ແລະ ບັນດາພື້ນຖານຂໍ້ມູນ​ທີ່​ກ່ຽວຂ້ອງ​ເຖິງ​ການ​ຄຸ້ມ​ຄອງພົນລະເມືອງ​ເປັນງາຍ​ດາຍ​ໄລຍະ 2013 – 2020.

    ກ່າວ​ຄຳ​ເຫັນ​ສະຫລຸບ​ທີ່​ກອງ​ປະຊຸມ​ຜັນ​ຂະຫຍາຍ​ແຜນ​ຮ່າງ 896 ຖືກ​ຈັດ​ຂຶ້ນ​ໃນ​ຕອນ​ເຊົ້າ​ວັນ​ທີ 11/2, ຢູ່​ສຳນັກງານ​ລັດຖະບານ, ທ່ານ​ຮອງນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ, ຫົວໜ້າ​ຄະນະ​ຊີ້​ນຳ​ແຜນ​ຮ່າງ 896, ສະ​ເໜີ​ໃຫ້​ບັນດາ​ສະມາຊິກ​ໃນ​ຄະນະ ​ເອົາ​ໃຈ​ໃສ່​ຜັນ​ຂະຫຍາຍ​ໜ້າ​ທີ່​ໄດ້​ຮັບ​ມອບ​ໝາຍ​ຢ່າງ​ຄົບ​ຊຸດ, ສົມທົບ​ກັບ​ການ​ສ້າງ​ສຳ​ເລັດ​ພື້ນຖານ​ດ້ານ​ນິຕິ​ກຳ, ຮັບປະກັນ​ການ​ເຂົ້າ​ຮ່ວມ​ຢ່າງ​ຕັ້ງໜ້າ​ຂອງ​ບັນດາ​ນັກ​ຊ່ຽວຊານ​ທັງ​ພາຍ​ໃນ ​ແລະ ຕ່າງປະ​ເທດ​ເພື່ອ​ຮັບ​ປະ​ກັນ​ໃຫ້​ແຜນການ​ບັນ​ລຸ​ຜົນສຳ​ເລັດ. ບົນ​ຈິດ​ໃຈ​ນັ້ນ, ທ່ານ​ຮອງ​ນາຍົກລັດຖະມົນຕີ ສະເໜີກະຊວງ​ຕຳຫຼວດ​ສ້າງ​ສຳ​ເລັດແຜນ​ການ​ທີ່​ມີຄວາມ​ສາມາດ​ເປັນ​ໄປ​ໄດ້​ກ່ຽວ​ກັບສຳ​ເນົາ​ເອກະສານ​ແຫ່ງ​ຊາດ ກ່ຽວ​ກັບ​ພົນລະ​ເມືອງ​ໂດຍ​ໄວ ​ແລະ ຍືນ​ສະ​ເໜີ​ໃຫ້​ລັດຖະບານ​ອະນຸມັດ​ຜ່ານ​ໂດຍ​ໄວ. ພິ​ເສດ, ທ່ານ​ຮອງນາຍົກລັດຖະມົນຕີ ຮຽກຮ້ອງ​ໃຫ້​ບັນດາ​ກະຊວງ, ຂະ​​ແໜງການ, ທ້ອງ​ຖີ່​ນຕ່າງໆຮັບປະກັນ​ການ​ປະຕິບັດ​ຖືກ​ຕາມ​ຄຳ​ຮຽກຮ້ອງ​, ຄວາມ​ຄືບ​ໜ້າ, ຄຸນ​ນະພາ​ບບັນດາ​ເນື້ອ​ໃນ​ວຽກ​ງານ, ​ແກ້​ໄຂ​ບັນດາ​ຂໍ້​ຕິດ​ຂັດ​ໃນ​ວິວັດ​ການ​ຜັນ​ຂະຫຍາຍ​ໜ້າ​ທີ່​ຂອງ​​ແຜນ​ຮ່າງ.

ຂ່າວ/ບົດ​ອື່ນ