ຮອງນາຍົກລັດຖະມົນຕີ ຫງວຽນທ້ຽນເຍີນ ຕ້ອນຮັບບັນດາຫົວໜ້າຄະນະກິລານັກຮຽນ ອາຊີຕາເວັນອອກສ່ຽງໃຕ້

ຮອງນາຍົກລັດຖະມົນຕີ ຫງວຽນທ້ຽນເຍີນ ຕ້ອນຮັບບັນດາຫົວໜ້າຄະນະກິລານັກຮຽນ ອາຊີຕາເວັນອອກສ່ຽງໃຕ້ - ảnh 1
ທ່ານຮອງ​ນາຍົກ​ລັດຖະມົນຕີ ຫງວຽນ​ທ້ຽນ​ເຍີນ ຕ້ອນຮັບ​ບັນດາ​ຫົວໜ້າ​ຄະນະ​ກິລານັກຮຽນ ອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້
(ພາບ: VGP/Từ Lương)

(vovworld) – ຕອນ​ບ່າຍ​ວັນ​ທີ 27/6, ຢູ່​ສຳນັກງານ​ລັດຖະບານ, ທ່ານ​ຮອງ​ນາຍົກລັດຖະມົນຕີ ຫວຽດນາມ ຫງວຽນ​ທ້ຽນ​ເຍີ​ນ ​ໃຫ້ການ​ຕ້ອນຮັບ​ບັນດາ​ຄະນະ​ກິລາ​ນັກຮຽນ ອາຊີ ຕາ​ເວັນ​ອອກ​ສ່ຽງ​ໃຕ້, ​ເນື່ອງ​ໃນ​ໂອກາດ​ງານ​ມະຫາ​ກຳ​ກິລາ​ນັກຮຽນ ອາຊາ ຕາ​ເວັນ​ອອກ​ສ່ຽງ​ໃຕ້ ຄັ້ງ​ທີ 5 ພວມ​ຈັດ​ຂຶ້ນ​ຢູ່ ຫວຽດນາມ. ງານ​ມະຫາ​ກຳ​ດຶງ​ດູດ​ການ​ເຂົ້າ​ຮ່ວມ​ຂອງ 8 ປະ​ເທດ​ຄື: ສິງ​ກາ​ໂປ, ອິນ​ໂດ​ເນ​ເຊຍ, ມາ​ເລ​ເຊຍ, ​ໄທ, ບຣູ​ໄນ, ຟີ​ລິບ​ປິນ, ລາວ ​ແລະ ຫວຽດນາມ. ທ່ານ​ຮອງ​ນາຍົກລັດຖະມົນຕີ ຫງວຽນ​ທ້ຽນ​ເຍີ​ນ ຕີ​ລາຄາ​ສູງ​ການ​ເຂົ້າ​ຮ່ວມ​ຢ່າງ​ຕັ້ງໜ້າ​ຂອງ​ບັນດາ​ຄະນະ​ເຂົ້າ​ໃນ​ການ​ເຄື່ອນ​ໄຫວ​ກິລາ​ນັກຮຽນ​​ໃນ​ພາກ​ພື້ນ ​ແລະ ​ເຂົ້າ​​ໃນງານ​ມະຫາ​ກຳ​ກິລາ​ນັກຮຽນ ອາຊີຕາ​ເວັນ​ອອກ​ສ່ຽງ​ໃຕ້ ຄັ້ງ​ທີ 5 ​ໂດຍ ຫວຽດນາມ ຈັດ​ຕັ້ງ. ທ່ານ​ຮອງ​ນາຍົກລັດຖະມົນຕີ ຂອບ​ໃຈສະພາ​ກິລາ​ນັກຮຽນ ອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້​​ໄດ້​ເອົາ​ໃຈ​ໃສ່​ສ້າງ​​ເງື່ອນ​ໄຂ​ເພື່ອ​ໃຫ້ ຫວຽດນາມ ​ເປັນ​ເຈົ້າພາບ​ຈັດ​ຕັ້ງ​ກອງ​ປະຊຸມ​ຄັ້ງ​ນີ້, ຖື​ວ່າ ບັນດາ​ການ​ເຄື່ອນ​ໄຫວ​ກິລາ​ນັກຮຽນ​ປະຈຳ​ປີ​ໂດຍ​ສະພາ​ຈັດ​ຕັ້ງ​ປະກອບສ່ວນ​ພັດທະນາ​ກິລາ​ນັກຮຽນ ອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ ​ແລະ ​ເພີ່ມ​ທະວີ​ນ້ຳ​ໃຈ​ມິດຕະພາບ​ສາມັກຄີ, ສະ​ນິດ​ສະໜົມ ​ແລະ ​ເຂົ້າ​ອົບ​ເຂົ້າ​ໃຈ​ເຊິ່ງກັນ ​ແລະ ກັນ​ຂອງ​ບັນດາ​ນັກຮຽນ​ພາກ​ພື້ນ ອາຊີ ປາຊີ​ຟິກ. ທ່ານ​ຮອງ​ນາຍົກລັດຖະມົນຕີ ຢືນຢັນ​ວ່າ​: ລັດຖະບານ ຫວຽດນາມ ສ້າງ​ເງື່ອນ​ໄຂ​ດີ​ທີ່​ສຸດ​ເພື່ອ​ໃຫ້​ນັກຮຽນ ຫວຽດນາມ ​ເຂົ້າ​ຮ່ວມ​ຢ່າງ​ຕັ້ງໜ້າ​ເຂົ້າ​​ໃນ​ບັນດາ​ກາ​ນ​ເຄື່ອນ​​ໄຫວ​ກິລາ​ນັກຮຽນ ອາຊີ ປາຊີ​ຟິກ, ປະ​ກອບ​ສ່ວນ​ສ້າງ​ອົງການ​ທີ່​ມີ​ຄວາມສະໜິດ​ສະໜົມ, ມິດຕະພາບ.

 

ຂ່າວ/ບົດ​ອື່ນ