ຮອງນາຍົກລັດຖະມົນຕີ ຫງວຽນທ້ຽນເຍີນ ເຮັດວຽກຢູ່ແຂວງ ເລີມດົ່ງ

ຮອງນາຍົກລັດຖະມົນຕີ ຫງວຽນທ້ຽນເຍີນ ເຮັດວຽກຢູ່ແຂວງ ເລີມດົ່ງ - ảnh 1

ຮອງ​ນາຍົກລັດຖະມົນຕີ ຫງວຽນ​ທ້ຽນ​ເຍີນ ​ເຮັດ​ວຽກ​ຢູ່​ແຂວງ ​ເລີມ​ດົ່ງ
(ພາບ: /baolamdong.vn)

(vovworld) – ຕອນ​ບ່າຍ​ວັນ​ທີ 20/7, ຢູ່ນະຄອນ ດ່າ​ລາດ, ຄະນະ​ປະຕິບັດ​ງານ​ຂອງ​ລັດຖະບານ ​ໂດຍ​ທ່ານ​ຮອງ​ນາຍົກລັດຖະມົນຕີ ຫງວຽນ​ທ້ຽນ​ເຍີນ ນຳ​ໜ້າ, ມີ​ການ​ເຮັ​ດວຽກ​ກັບ​ການ​ນຳ​ແຂວງ ​ເລີມ​ດົ່ງ ກ່ຽວ​ກັບ​ສະພາບ​ການ​ພັດທະນາ​ເສດຖະກິດ - ສັງຄົມ​ຂອງ ທ້ອງ​ຖິ່ນ. ກ່າວ​ຄຳ​ເຫັນ​ທີ່​ການ​ເຮັດ​ວຽກ, ທ່ານ​ຮອງ​ນາຍົກລັດຖະມົນຕີ ຫງວຽນ​ທ້ຽນ​ເຍີນ ຕີ​ລາຄາ​ສູງ​ບາງ​ຜົນ​ງານ​ທີ່ຕັ້ງໜ້າ​ໃນ​ການ​ບໍລິຫານ​ການ​ພັດທະນາ​​ເສດຖະກິດ - ສັງຄົມ​ຂອງ​ແຂວງ ​ເລີມ​ດົ່ງ, ພ້ອມ​ທັງ​​ໃສ່​ໃຈ​ວ່າແຂວງ​ຕ້ອງ​ເພີ່​ມທະວີ​ການ​ສົມ​ທົບ​ກັບ​ບັນດາ​ສະ​ຖາ​ບັນ, ບັນດາ​ໂຮງຮຽນ​ໃນ​ການ​ຄົ້ນ​ຄ້ວາ ​ແລະ ນຳ​ໃຊ້​ເຕັກ​ໂນ​ໂລ​ຢີ ຊີວະ​ສາດ​ເຂົ້າ​ໃນ​ການ​ຜະລິດ, ​ເສີມ​ຂະຫຍາຍ​ທ່າ​ແຮງ ​ແລະ ຍົກ​ສູງ​ມູນ​ຄ່າ​ການ​ຜະລິດ​ກະສິກຳ​ເຕັກ​ໂນ​ໂລ​ຢີສູງ​ຂອງ​ທ້ອງ​ຖິ່ນກ່ວາ​ອີກ. ທ່ານ​ຮອງ​ນາຍົກລັດຖະມົນຕີກໍ່ຊີ້ນຳ​ແຂວງ​​ ​ເລີມ​ດົ່ງ ຄວນ​ຮີບ​ເຮັ່ງ​ກວດກາ​ພາສີ​ມູນ​ຄ່າ​ເພີ່ມ, ຕ້ານ​ການໜີພາສີ. ສະ​ເພາະ ກ່ຽວ​ກັບ​ໂຄງການ​ກໍ່ສ້າງ​ຊົນນະບົດ​ໃໝ່, ​ທ່ານ​ຮອງ​ນາຍົກລັດຖະມົນຕີ ຫງວຽນ​ທ້ຽນ​ເຍີນ ​ເນັ້ນ​ໜັກ​ວ່າ:

    “ກ່ຽວ​ກັບ​ຊົນນະບົດ​ໃໝ່, ​ແຂ​ວງ ​ເລີມ​ດົ່ງ ຕ້ອງ​ກວດຄືນ​​ຄວາມ​ຮຽກຮ້ອງ​ຕ້ອງການ​ຕົວ​ຈິງ, ຜ່ານ 2 ​ປີ​ແຫ່ງ​ການ​ປະຕິບັດ ລະດັບ​ລົງທຶນ​ໄດ້​ເພີ່ມ​ຂຶ້ນ​ຄື​ແນວ​ໃດ. ພ້ອມ​ກັນ​ນັ້ນ, ນຳ​ໃຊ້​ບັນດາ​ໂຄງການ​ຈຸດໝາຍ​ໃນ​ບໍລິ​ເວນ ສົມທົບ​ກັບ​ບັນດາ​ສິ່ງ​ທີ່​ມີ​ຢູ່​ແລ້ວ​ຂອງ​ທ້ອງ​ຖີ່​ນ. ​ແຂວງ ​ເລີມ​ດົ່ງ ກໍ່​ຄວນ​ພິຈາລະ​ນະ, ສົມທົບ​ກັບຂະ​ແໜງ​ວັດທະນະທຳ, ສຶກສາ, ສາທາລະນະ​ສຸກ, ກະສິກຳ ​​ໃນ​ບໍລິ​ເວັນ​​ເພື່ອ​ວາງຈຸດໝາຍ​ກໍ່ສ້າງ​ຊົນນະບົດ​ໃໝ່​ຂອງ​ແຂວງ​ໃຫ້​ລະອຽດ​. ​ເຮັດ​​ໄດ້​ຄື​ແນວ​ນັ້ນ, ການ​ຜັນ​ຂະຫຍາຍ​ຈະ​ໄວ​ກ່ວາ, ບົນ​ພື້ນຖານ​ງົບປະມານ​ທີ່​ມີ​ຢູ່​ແລ້ວ.”


ຂ່າວ/ບົດ​ອື່ນ