ຮອງນາຍົກລັດຖະມົນຕີ ຫວູວັນນິງ ເຮັດວຽກຢູ່ ຢາລາຍ

ຮອງນາຍົກລັດຖະມົນຕີ ຫວູວັນນິງ ເຮັດວຽກຢູ່ ຢາລາຍ - ảnh 1
ທ່ານ​ຮອງ​ນາຍົກລັດຖະມົນຕີ ຫວູວັດ​ນິງ
ເຮັດ​ວຽກ​ຢູ່​ແຂວງ ລາວກາຍ
(ພາບ: chinhphu.vn)


(vovworld) -     ​ໃນ​ການ​ໄປ​ປະຕິບັດ​ງານ​ຢູ່ ​ໄຕ​ຫງວຽນ, ວັນ​ທີ 05/03, ທ່ານ​ຮອງ​ນາຍົກລັດຖະມົນຕີ ຫວູວັດ​ນິງ ​ແລະ ຄະນະ​ປະຕິບັດ​ງານ​ລັດຖະບານ ​ໄດ້​ໄປ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່​ແຂວງ ລາວກາຍ ກ່ຽວ​ກັບ​ສະພາບ​ການ​ກໍ່ສ້າງ​ຊົນນະບົດ​ໃໝ່ ​ແລະ ຊັບ​ຊ້ອ​ນ, ປ່ຽນ​ໃໝ່ບັນດາ​ວຽກ​ງານ​ກຳ​ສິກຳ - ປ່າ​ໄມ້ແຫ່ງ​ລັດ​ໃນ​ບໍລິ​ເວນ​ແຂວງ.  ກ່າວ​ຄຳ​ເຫັນ​ສະຫຼຸບ​ການ​ເຮັດ​ວຽກ, ທ່ານ​ຮອງ​ນາຍົກລັດຖະມົນຕີ ຫວູ​ວັນ​ນິງ ​ໄດ້​ເອົາ​ໃຈ​ໃສ່​ວ່າ, ​ໃນ​ໄລຍະ​ຈະ​ມາ​ເຖິງ, ​ແຂວງ ຢາ​ລາຍ ຄວນ​ເອົາ​ໃຈ​ໃສ່​ເຖິງ​ວຽກງານວາງ​ແຜນ​ສັງ​ລວມກວ່າ​ອີກ, ຕິດ​ພັນ​ກັບ​ການວາງ​ແຜນ​ທີ່​ດິນ​ກັບການວາງ​ແຜນການ​ຜະລິດ, ​ເພີ່ມ​ທະວີ​ວຽກ​ງານ​ໂຄສະນາ ​ເພື່ອ​ໃຫ້​ປະຊາຊົນ​ເຂົ້າ​ໃຈ​ຢ່າງ​ຖືກຕ້ອງ​ກ່ຽວ​ກັບທາດ​​ແທ້​ຂອງ​ໂຄງການ, ສຸມ​ໃສ່​ເສີມ​ຂະຫຍາຍ​ທຸກແຫຼ່ງກຳລັງຂອງ​ຕົນ​ເພື່ອ​ປະຕິບັດ​ບັນດາ​ຄາດໝາຍ​ຢ່າງ​ລະອຽດ. ທ່ານ​ຮອງ​ນາຍົກລັດຖະມົນຕີ ຫວູວັນ​ນິງ ​ເນັ້ນ​ໜັກ​ວ່າ.

“ກ່ຽວ​ກັບ​ການ​ກໍ່ສ້າງ​ຊົນນະບົດ​ໃໝ່, ມີ​ບາງ​ຈຸດ​ສຳຄັນ ຫວັງ​ວ່າ​ບັນດາ​ສະຫາຍ​ຈະເອົາ​ໃຈ​ໃສ່, ສືບ​ຕໍ່​ປະຕິບັດ​ບັນດາຜົນ​ງານທີ່​ພວກ​ເຮົາ​ບັນດາ​ລຸ​ໄດ້​ເປັນ​ຢ່າງ​ດີ. ທີ່​ໜຶ່ງ​ແມ່ນ ກ່ຽວ​ກັບ​ຄວາມຮັບ​ຮູ້, ຕ້ອງ​ເຮັດ​ແນວ​ໃດ​ເພື່ອ​ໃຫ້​ປະຊາຊົນ​​ຮັບ​ຮູ້ໄດ້, ຈຸດປະສົງ​ຂອງ​ພວກ​ເຮົາ​ແມ່ນ​ເພື່ອ​ຍົກ​ສູງ​ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ, ຮັບປະກັນ​ໃຫ້​ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ​​ເປັນ​ປົກກະຕິ ​ແລະ ໝັ້ນຄົງ​ເຂັ້ມ​ແຂງ. ປະຊາຊົນ​​​ແມ່ນເຈົ້າຂອງ ແລະ ຮັບ​ໃຊ້​ຜົນ​ປະ​ໂຫຍ​ດຂອງ​ປະຊາຊົນ ​ເພາະສະ​ນັ້ນ, ປະຊາຊົນ​ເອງ​ຕ້ອງ​ເຂົ້າ​ຮ່ວມ ​ແລະ ຜັນ​ຂະຫຍາຍການ​ປະຕິບັດ​ໂດຍ​ກົງ”.

ຂ່າວ/ບົດ​ອື່ນ