ຮອງນາຍົກລັດຖະມົນຕີ ຫວູວັນນິງ ເຮັດວຽກຢູ່ ແຂວງ ດົ່ງທ໋າບ ກ່ຽວກັບ ການສ້າງໂຄງປະກອບຂະແໜງກະສິກຳ

ຮອງນາຍົກລັດຖະມົນຕີ ຫວູວັນນິງ ເຮັດວຽກຢູ່ ແຂວງ ດົ່ງທ໋າບ ກ່ຽວກັບ ການສ້າງໂຄງປະກອບຂະແໜງກະສິກຳ - ảnh 1
ທ່ານ​ຮອງ​ນາຍົກລັດຖະມົນຕີ ຫວູວັນ​ນິງ
ເຮັດ​ວຽກ​ກັບ​ການ​ນຳ​ແຂວງ​​ດົ່ງ​ທ໋າບ
(ພາບ: TTXVN)


(vovworld) - ທີ່​ການ​ເຮັດ​ວຽກ​ກັບ​ການ​ນຳ​ແຂວງ​​ດົ່ງ​ທ໋າບ, ​ເມືອຕອນ​ບ່າຍ​ວັນ​ທີ 03/04, ກ່ຽວ​ກັບ​​ແຜນ​ຮ່າງ​ສ້າງ​ໂຄງ​ປະກອບ​ຂະ​ແໜງ​ກະສິກຳ​ຂອງ​ແຂວງ​ຮອດ​ປີ 2020, ວິ​ໄສ​ທັດ​​ເຖິງ​ປີ 2030, ທ່ານ​ຮອງ​ນາຍົກລັດຖະມົນຕີ ຫວູວັນ​ນິງ, ຫົວໜ້າ​ຄະນະ​ຊີ້​ນຳ​ເຂດ​ຕາ​ເວັນ​ຕົກ​ພາກ​ໃຕ້​ຫວຽດນາມ ​ໄດ້​ຕີ​ລາຄາ​ສູງ ​ແລະ ​ເຫັນ​ດີ​ສະໜັບສະໜູນ​ດົ່ງ​ທ໋າບ ທີ່​ໄດ້​ສ້າງ​ແຜນ​ຮ່າງ​ກ່ຽວ​ກັບການ​ສ້າງ​ໂຄງ​ປະກອບ​ຂະ​ແໜງ​ກະສິກຳ​ຢ່າງຮອບດ້ານ​ພໍ​ສົມຄວນ. ນີ້​ກໍ່​ແມ່ນ​ທ້ອງ​ຖິ່ນ​ນຳ​ໜ້າ​​ທົ່ວ​ປະ​ເທດ​​ໃນ​ການຍົກ​ອອກ​ແຜນ​ຮ່າງ​ໃຫຍ່, ສຳຄັນທີ່​ສຸດ ​ແລະ ມີລັກສະນະ​ຍາວ​ນານ, ໝັ້ນຄົງ. ​ເພື່ອ​ຜັນ​ຂະຫຍາຍ​ແຜນ​ຮ່າງ​ໃຫ້ບັນລຸ​ປະສິດທິ​ຜົນ​ສູງສຸດ, ທ່ານ​ຮອງ​ນາຍົກລັດຖະມົນຕີ ຫວູວັນ​ນິງ ສະ​ເໜີ​ໃຫ້​ແຂວງ ດົ່ງ​ທ໋າບ ຕີ​ລາ​ຄາຄວາມ​ສາມາດ​ບົ່ມຊ້ອນ, ທ່າ​​ແຮງ​ຂອງ​ແຂວງ​ຕິດ​ພັນ​ກັບ​ເຂດ; ຕິດ​ພັນ​ແຜນ​ຮ່າງ​ສ້າງ​ໂຄງ​ປະກອບ​ຂະ​ແໜງ​ກະສິກຳ​ກັບ​ການວາງ​ແຜນ​ສັງ​ລວມຂອງ​ທົ່ວ​ປະ​ເທດ ​ແລະ ພາກ​ພື້ນ. ​ແຂວງ​ດົ່ງ​ທ໋າບ ຄວນ​ສືບ​ຕໍ່ປັບປຸງແຜນ​ຮ່າງ​ໃຫ້​ສຳ​ເລັດ, ບົນ​ພື້ນຖານ​ນັ້ນ ລັດຖະບານ​​ຈະອະນຸຍາດ​​ໃຫ້ຜັນ​ຂະຫຍາຍ​ການ​ປະຕິບັດ​ຢ່າງ​ເປ​ັນທາງ​ການ.

        ຄາດໝາຍ​ລະອຽດ​ຂອງ​ແຜນ​ຮ່າງ​ສ້າງ​ໂຄງ​ປະກອບ​ຂະ​ແໜງ​ກະສິກຳ​​ແຂວງ​ດົ່ງ​ທ໋າບ ຮອດ​ປີ 2020 ​ແມ່ນຈະ​ຮັບປະກັນ​ລະດັບ​ເຕີບ​ໂຕ​ດ້ານ​ກະສິກຳ​ຂອງ​ທ້ອງ​ຖິ່ນທຽບ​ເທົ່າ ​ຫຼື ສູງ​ກວ່າ​ລະດັບ​ເຕີບໂຕ​ດ້ານ​ກະສິກຳ​ລວມຂອງ​ທົ່ວ​ປະ​ເທດ, ດ້ວຍ​ລະດັບ​ເຕີບ​ໂຕ​ບັນລຸ 4,5%/ປີ ​ໃນ​ໄລຍະ 2011 – 2015 ​ແລະ 5%​/ປີ ໃນ​ໄລຍະ 2016 – 2020. ຮອດ​ປີ 2030, ລະດັບ​ເຕີບ​ໂຕ GDP ດ້ານຜະລິດ​ຕະພັນ​ກະ​ເສດ, ​ເຄື່ອງ​ປ່າ​ຂອງ​ດົງ ​ແລະ ສິນ​ໃນ​ນ້ຳ ທຽບ​ເທົ່າ​ກັບ​ໄລຍະ 2016 – 2020.

ຂ່າວ/ບົດ​ອື່ນ