ຮອງນາຍົກລັດຖະມົນຕີ ຫວຽດນາມ ເຈິ່ນລືວກວາງ ພົບປະກັບປະທານາທິບໍດີ ສີລັງກາ ແລະ ປະທານສະພາຕ່ຳ ຍີ່ປຸ່ນ

(VOVWORLD) - ທີ່ການພົບປະກັບທ່ານ Ranil Wickremesinghe, ປະທານາທິບໍດີ ສີລັງກາ, ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ເຈິ່ນລືວກວາງ ໄດ້ຢັ້ງຢືນນະໂຍບາຍສະເໝີຕົ້ນສະເໝີປາຍຂອງ ຫວຽດນາມ...
ຮອງນາຍົກລັດຖະມົນຕີ ຫວຽດນາມ ເຈິ່ນລືວກວາງ ພົບປະກັບປະທານາທິບໍດີ ສີລັງກາ ແລະ ປະທານສະພາຕ່ຳ ຍີ່ປຸ່ນ - ảnh 1ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ເຈິ່ນລືວກວາງ ແລະ ທ່ານ Ranil Wickremesinghe, ປະທານາທິບໍດີ ສີລັງກາ
(ພາບ: Bui Hung)

ໃນຂອບເຂດການຢ້ຽມຢາມ ແລະ ເຮັດວຽກຢູ່ຍີ່ປຸ່ນ ແລະ ເຂົ້າຮ່ວມກອງປະຊຸມກ່ຽວກັບອະນາຄົດຂອງ ອາຊີ, ວັນທີ 26 ພຶດສະພາ, ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ເຈິ່ນລືວກວາງ ມີການພົບປະກັບ ປະທານາທິບໍດີ ສີລັງກາ ແລະ ປະທານສະພາຕ່ຳ ຍີ່ປຸ່ນ.

ທີ່ການພົບປະກັບທ່ານ Ranil Wickremesinghe, ປະທານາທິບໍດີ ສີລັງກາ, ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ເຈິ່ນລືວກວາງ ໄດ້ຢັ້ງຢືນນະໂຍບາຍສະເໝີຕົ້ນສະເໝີປາຍຂອງ ຫວຽດນາມ ແມ່ນຍາມໃດກໍ່ຖືເປັນສຳຄັນພັດທະນາການພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະ ການຮ່ວມມືຫຼາຍດ້ານກັບ ສີລັງກາ. ທ່ານຮອງນາຍົກລັດຖະມົນຕີ ສະເໜີໃຫ້ສອງຝ່າຍຊຸກຍູ້ການຮ່ວມມືໃນຫຼາຍຂົງເຂດ, ສູ້ຊົນຟື້ນຟູທ່າເຕີບໂຕຂອງປີ 2021 ແລະ ນຳວົງເງິນການຄ້າສອງສົ້ນບັນລຸ 500 ລ້ານໂດລາສະຫະລັດໂດຍໄວ. ທ່ານປະທານາທິບໍດີ Ranil Wickremesinghe ກໍ່ຢັ້ງຢືນການສະໜັບສະໜູນພັດທະນາການພົວພັນ ຫວຽດນາມ - ສີລັງກາ ກ່ວາອີກ; ສະແດງຄວາມຫວັງຢາກຊຸກຍູ້ການຮ່ວມມືດ້ານເສດຖະກິດ ກັບອາຊຽນ, ໃນນັ້ນມີ ຫວຽດນາມ, ເຂົ້າຮ່ວມສັນຍາຄູ່ຮ່ວມມືເສດຖະກິດຮອບດ້ານພາກພື້ນ (RCEP).

ໃນການພົບປະກັບທ່ານ Hosoda Hiroyuki, ປະທານສະພາຕ່ຳ ຍີ່ປຸ່ນ, ທ່ານຮອງນາຍົກລັດຖະມົນຕີ ເຈິ່ນລືວກວາງ  ສະເໜີໃຫ້ ຍີ່ປຸ່ນ ໜູນຊ່ວຍເພີ່ມທະວີການເຊື່ອມຕໍ່ສອງພື້ນຖານເສດຖະກິດ, ຊ່ວຍ ຫວຽດນາມ ເຂົ້າຮ່ວມລະບົບການສະໜອງໃໝ່ຢ່າງມີປະສິດທິຜົນ; ຊຸກຍູ້ວິສາຫະກິດຂະໜາດກາງ ແລະ ນ້ອຍຂອງ ຍີ່ປຸ່ນ ລົງທຶນ, ຖ່າຍທອດເຕັກໂນໂລຊີໃຫ້ ຫວຽດນາມ… ສ່ວນທ່ານປະທານສະພາຕ່ຳ Hosoda Hiroyuki ກໍ່ໄດ້ຕີລາຄາສູງບົດບາດຄວາມສຳຄັນ, ການປະກອບສ່ວນທີ່ຕັ້ງໜ້າເຂົ້າການພັດທະນາເສດຖະກິດ - ສັງຄົມ ຍີ່ປຸ່ນຂອງ ປະຊາຄົມຊາວ ຫວຽດນາມ ອາໄສຢູ່ ຍີ່ປຸ່ນ ເກືອບ 500.000 ຄົນ ແລະ ປາດຖະໜາຢາກເພີ່ມຈຳນວນຊາວ ຫວຽດນາມ ໄປຮຽນ ແລະ ເຮັດວຽກຢູ່ ຍີ່ປຸ່ນ ຂຶ້ນຫຼາຍກ່ວາອີກ.

ຕອບກັບ

ຂ່າວ/ບົດ​ອື່ນ