ທ່ານຮອງນາຍົກລັດຖະມົນຕີ ຫວຽນດາມ ຟ້າມບິ່ງມິງ
ຕ້ອນຮັບ ທ່ານ ທ໋າງເຣີ໋ນເຈື໋ຍ
(ພາບ: TTXVN)
(vovworld) – ວັນທີ 17/12, ທີ່ການຕ້ອນຮັບຮອງປະທານຜູ້ປະຈຳການອຳນາດການປົກຄອງປະຊາຊົນເຂດປົກຄອງດ້ວຍຕົນເອງຂອງຊົນເຜົ່າ ຈວາງ, ແຂວງ ກວາງຊີ, ຈີນ ທ່ານ ທ໋າງເຣີ໋ນເຈື໋ຍ. ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີວ່າການກະຊວງການຕ່າງປະເທດ ຫວຽນດາມ ຟ້າມບິ່ງມິງ ຕີລາຄາສູງບັນດາບາດກ້າວຕັ້ງໜ້າໃນການພົວພັນຮ່ວມມືລະຫວ່າງບັນດາທ້ອງຖິ່ນຂອງ ຫວຽດນາມ ກັບແຂວງ ກວາງຊີ ໃນໄລຍະຜ່ານມາ, ພ້ອມທັງ ສະເໜີໃນໄລຍະຈະມາເຖິງ, ກວາງຊີ ສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນກັບບັນດາກະຊວງ, ຂະແໜງການ, ທ້ອງຖິ່ນຂອງ ຫວຽດນາມ, ຕັ້ງໜ້າປະຕິບັດບັນດາສະຕິຄວາມຮັບຮູ້ລວມທີ່ສຳຄັນຂອງການນຳຂັ້ນສູງ 2 ປະເທດ; ຊຸກຍູ້ການຮ່ວມມືຢ່າງແທດຈິງ ໃນບັນດາຂົງເຂດ ເສດຖະກິດ, ການຄ້າ, ການລົງທຶນ, ຄົມມະນາຄົມຂົນສົ່ງ, ກະສິກຳ ແລະ ການທ່ອງທ່ຽວ.
ສ່ວນທ່ານຮອງເຈົ້າແຂວງ ແຂວງກວາງຊີ ທ໋າງເຣີ໋ນເຈື໋ຍ ຢືນຢັນວ່າ: ອຳນາດການປົກຄອງ ແລະ ປະຊາຊົນເຂດປົກຄອງດ້ວຍຕົນເອງຂອງຊົນເຜົ່າ ຈວາງ, ແຂວງກວາງຊີ ຍາມໃດກໍຖືເປັນສຳຄັນການປັບປຸງມູນເຊື້ອມິດຕະພາບ ແລະ ເພີ່ມທະວີການພົວພັນຮ່ວມມືກັບບັນດາກະຊວງ, ຂະແໜງການ, ທ້ອງຖິ່ນຂອງ ຫວຽດນາມ ແລະ ປາດຖະໜາຢາກເພີ່ມທະວີການແລກປ່ຽນບັນດາໂຄງການເຊື່ອມຕໍ່ພື້ນຖານໂຄງລ່າງລະຫວ່າງບັນດາທ້ອງຖິ່ນທີ່ມີສ່ວນກ່ຽວຂ້ອງຂອງ ຫວຽດນາມ ກັບແຂວງ ກວາງຊີ ແລະ ພ້ອມກັນຊຸກຍູ້ບັນດາຂົງເຂດຮ່ວມມືໃຫ້ພັດທະນານັບມື້ນັບມີປະສິດທິຜົນ ແລະ ແທດຈິງ.