ຮອງນາຍົກລັດຖະມົນຕີຟ້າມບິ່ງມິງຕ້ອນຮັບເອກອັກຄະລັດຖະທູດສະຫະລັດອາຣັບເອມີເຣັດ

ຮອງນາຍົກລັດຖະມົນຕີຟ້າມບິ່ງມິງຕ້ອນຮັບເອກອັກຄະລັດຖະທູດສະຫະລັດອາຣັບເອມີເຣັດ - ảnh 1
ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ,ລັດ​ຖະ​ມົນ​ຕີ​​ວ່າ​ການ​ກະ​ຊວງການ​ຕ່າງ​ປະ​ເທດ​ຟ້າມ​ບິ່ງ​ມິງ​ຕ້ອນ​ຮັບ​ເອກ​ອັກ​ຄະ​ລັດ​ຖະ​ທູດ​ສະ​ຫະ​ລັດ​ອາ​ຣັບ​ເອ​ມີ​ເຣັດ
(ພາບ: Thống Nhất/TTXVN)

(vovworld) – ວັນ​ທີ 9/12, ທີ່​ສຳ​ນັກງານ​ກະ​ຊວງ​ການ​ຕ່າງ​ປະ​ເທດ, ທ່ານ ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ, ລັດ​ຖະ​ມົນ​ຕີ​​ວ່າ​ການ​ກະ​ຊວງການ​ຕ່າງ​ປະ​ເທດ​ ຫວຽດ​ນາມ ຟ້າມ​ບິ່ງ​ມິງ​ ໃຫ້​ການ​ຕ້ອນ​ຮັບ​ເອກ​ອັກ​ຄະ​ລັດ​ຖະ​ທູດ ສະ​ຫະ​ລັດ ອາ​ຣັບ ເອ​ມີ​ເຣັດ (UAE) ທ່ານ Khalid Ibrahim Abdulaziz Shohail Al – Qahtani ເຂົ້າ​ຢ້ຽມ​ຂ່ຳ​ນັບ. ອວຍ​ພອນ​ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ​ມາ​ຮັບ​ໜ້າ​ທີ່​ການ​ທູດ ຢູ່ ຫວຽດ​ນາມ, ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຢືນ​ຢັນ​ວ່າ: ຍາມ​ໃດ ຫວຽດ​ນາມ ກໍ່ຖື​ເປັນ​ສຳ​ຄັນ​ການ​ພົວ​ພັນ​ມິດ​ຕະ​ພາບ ແລະ ການ​ຮ່ວມ​ມື​ມິດ​ຕະ​ພາບ​ກັບ UAE, ສະ​ແດງ​ຄວາມ​ປາດ​ຖະ​ໜາ ແລະ ເຊື່ອ​ໝັ້ນ​ວ່າ: ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ຈະ​ຕັ້ງ​ໜ້າ​ປະ​ກອບ​ສ່ວນ​ເຂົ້າ​ໃນ​ການ​ປັບ​ປຸງ​ການ​ພົວ​ພັນ​​ດ້ານກາ​ນ​ເມືອງ - ການ​ທູດ ຢ່າງບໍ່​ຢຸດຢັ້ງ, ພ້ອມ​ທັງ​ຊຸກ​ຍູ້​ການ​ພົວ​ພັນ​ເສດ​ຖະ​ກິດ - ການ​ຄ້າ ແລະ ການ​ລົງ​ທຶນ​ພັ​ດ​ທະ​ນາ​ຂອງ 2 ປະ​ເທດ. 2 ຝ່າຍ​ແລກ​ປ່ຽນ​ກ່ຽວ​ກັບ​ບັນ​ດາ​ທິດ​ທາງ ແລະ ມາດ​ຕະ​ການ​ຊຸກ​ຍູ້​ການ​ພົວ​ພັນ​ຮ່ວມ​ມື 2 ຝ່າຍ, ເຫັນ​ດີ​ເປັນ​ເອ​ກະ​ສັນ​ສືບ​ຕໍ່​ເພີ່ມ​ທະ​ວີ​ການ​ແລກ​ປ່ຽນ​ຄະ​ນະ​ຜູ້​ແທນ​ທ​ຸກ​ຂັ້ນ, ສືບ​ຕໍ່​ສົມ​ທົບ​ກັນ ແລະ ຮ່ວມ​ມື​ຢ່າງ​ແໜ້ນ​ແຟ້ນ​ຢູ່​ບັນ​ດາ​ເວ​ທີ​ປາ​ໄສ​ພາກ​ພື້ນ ແລະ ສາ​ກົນ, ເພີ່​ມ​ທະ​ວີ​ການ​ຮ່ວມ​ມື​ໃນ​ບັນ​ດາ​ຂົງ​ເຂດ​ເຊິ່ງ​ທັງ 2 ຝ່າຍ​ມີ​ທ່າ​ແຮງ​ຄື: ການ​ລົງ​ທຶນ, ນ້ຳ​ມັນ​ອາຍ​ແກ​ສ, ການ​ຄ້າ, ການ​ທ່ອງ​ທ່ຽວ, ຊຸກ​ຍູ້​ການ​ຮ່ວມ​ມື​ແຮງ​ງານ​ລະ​ຫວ່າງ 2 ປະ​ເທດ​ກ່​ວາ​ອີກ, ສູ້​ຊົນ​​ຍົກວົງ​ເງິນ​ການ​ຄ້າ​ໃຫ້​ຂຶ້ນ​ເຖິງ 6 ຕື້ USD ໃນ​ຊຸມ​ປີ​ຈະ​ມາ​ເຖິງ.

 



ຂ່າວ/ບົດ​ອື່ນ