ຮອງນາຍົກລັດຖະມົນຕີຫງວຽນຊວນຟຸກຕ້ອນຮັບຄະນະຜູ້ແທນສຳນັກຂ່າວສານລາວ

ຮອງນາຍົກລັດຖະມົນຕີຫງວຽນຊວນຟຸກຕ້ອນຮັບຄະນະຜູ້ແທນສຳນັກຂ່າວສານລາວ - ảnh 1
ຮອງນາຍົກລັດຖະມົນຕີຫງວຽນຊວນຟຸກຕ້ອນຮັບຄະນະຜູ້ແທນສຳນັກຂ່າວສານລາວ
(ພາບ: VGP)

(vovworld) – ​​​​​ທີ່​ການ​ຕ້ອນ​ຮັບ​ຄະ​ນະ​ຜູ້​ແທນ​ສຳ​ນັກ​ຂ່າວ​ສານ ລາວ ໃນ​ຕອນ​ບ່າຍ​ວັນ​ທີ 28/10, ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ ຕີ​ລາ​ຄາ​ສູງ​ໝາກ​ຜົນ​ແຫ່ງ​ການ​ເຮັດ​ວຽກ​ລະ​ຫວ່າງ​ສຳ​ນັກ​ຂ່າວ​ສານ ຫວຽດ​ນາມ ແລະ​ ຄະ​ນະ​ຜູ້​ແທນ​ສຳ​ນັກ​ຂ່າວ​ສານ​ລາວ. ພ້ອມ​ທັງ​ຕີ​ລາ​ຄາ​ສູງ​ການ​ຮ່ວ​ມ​ມື​ວິ​ຊາ​ສະ​ເພາະ​ລະ​ຫວ່າງ​ສຳ​ນັກ​ຂ່າ​ວ​ສານ 2 ປະ​ເທດ​ໃນ​ຊຸມ​ປີ​ຜ່ານ​ມາ. ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຢືນ​ຢັນ​ວ່າ: ​ອະ​ນຸ​ກຳ​ມະ​ການ​ຮ່ວມ​ມື ຫວຽດ​ນາມ - ລາວ ຈະ​ສ້າງ​ເງື່ອນ​ໄຂ​ສະ​ດວກ​ທີ່​ສຸດ​ເພື່ອ​ສຶກ​ສາ, ບຳ​ລຸງ​ສ້າງ​ພາ​ສາ​ ຫວຽດ ແລະ ພາ​ສາ​ລາວ​ໃຫ້​​ນັກ​ຮຽນ, ນັກ​ສຶກ​ສາ, ຖັນ​ແຖວ​ນັກ​ຂ່າວ​ລຸ້ນ​ຕ່າງໆຂອງ 2 ປະ​ເທດ ເພື່ອ​ໃຫ້ 2 ຝ່າຍ​ອາດ​ຈະ​ໜູນ​ຊ່ວຍ​ເຊິ່ງ​ກັນ​ ແລະ ກັນ​ໃນ​ຂົງ​ເຂດ​ສື່​ສານ. ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ ສະ​ເໜີ​ໃຫ້ 2 ຝ່າຍ​ສືບ​ຕໍ່​ຍົກ​ສູງ​ຄຸນ​ນະ​ພາບ​ແຫຼ່ງ​ຂໍ້​ມູນ​ຂ່າວ​ສານ, ແລກ​ປ່ຽນ​ບົດ​ຮຽນ, ຍູ້​ແຮງ​ການ​ເຄື່ອນ​ໄຫວ​ໂຄ​ສະ​ນາ​ເຜີຍ​ແຜ່​ກ່ຽວ​ກັບ​ການ​ພົວ​ພັນ​ຮ່ວມ​ມື​ພິ​ເສດ ຫວຽດ​ນາມ - ລາວ, ກ່ຽວ​ກັບ​ປະ​ເທດ​ຊາດ, ປະ​ຊາ​ຊົນ​ຂອງ​ແຕ່​ລະ​ປະ​ເທດ ກໍ່​ຄື​ກ່ຽວ​ກັບ​ສະ​ພາບ​ການ​ເມືອງ - ເສດ​ຖະ​ກິດ - ສັງ​ຄົມ ເປັນ​ໜ້າ​ສົນ​ໃຈ​ຢູ່​ພາກ​ພື້ນ ແລະ ຢູ່​ໃນ​ໂລກ.

 

ຂ່າວ/ບົດ​ອື່ນ