ຮອງນາຍົກລັດຖະມົນຕີຫງວຽນຊວນຟຸກຕ້ອນຮັບຮອງປະທານຂັ້ນສູງກຸ່ມບໍລິສັດໂຕໂຢຕາຍີ່ປຸ່ນ

ຮອງນາຍົກລັດຖະມົນຕີຫງວຽນຊວນຟຸກຕ້ອນຮັບຮອງປະທານຂັ້ນສູງກຸ່ມບໍລິສັດໂຕໂຢຕາຍີ່ປຸ່ນ - ảnh 1
ທ່ານຮອງນາຍົກລັດຖະມົນຕີຫງວຽນຊວນຟຸກ
ຕ້ອນຮັບຮອງປະທານຂັ້ນສູງກຸ່ມບໍລິສັດໂຕໂຢຕາຍີ່ປຸ່ນ
(ພາບ: VGP)

(vovworld) –​ ​ ​​ ທີ່​ການ​ຕ້ອນ​ຮັບ​ທ່ານ Nobuyori Kodaira, ຮອງ​ປະ​ທານ​ຂັ້ນ​ສູງ​ກຸ່ມ​ບໍ​ລິ​ສັດໂຕ​ໂຢ​ຕາຂອງຍີ່​ປຸ່ນ ໃນ​ຕອນ​ບ່າຍ​ວັນ​ທີ 12/03, ຢູ່​ສຳ​ນັກ​ງານ​ລັດ​ຖະ​ບານ, ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ ເນັ້ນ​ໜັກ​ວ່າ, ຍີ່​ປຸ່ນ ແມ່ນ​ຄູ່​ຮ່ວມ​ມື​ເສດ​ຖະ​ກິດ​ສຳ​ຄັນ​ອັບ​ດັບ​ໜຶ່ງ​ຂອງ​ຫວຽດ​ນາມ. ມາ​ຮອດ​ປະ​ຈຸ​ບັນ, ຍີ່​ປຸ່ນ ແມ່ນ​​ໜຶ່ງ​ໃນ​ບັນ​ດາປະ​ເທດ​​ໄດ້ອຸ​ປະ​ຖຳໜູນ​ຊ່ວຍ​ການ​ພັດ​ທະ​ນາ​ຢ່າງ​ເປັນ​ທາງ​ການ (ODA) ຫຼາຍກວ່າ​ໝູ່​ໃຫ້​ແກ່​ຫວຽດ​ນາມ, ແມ່ນ​ນັກ​ລົງ​ທຶນ ແລະ ຄູ່​ຮ່ວມ​ມື​ດ້ານ​ການ​ຄ້າ​ລາຍ​ໃຫຍ່​ຂອງ​ຫວຽດ​ນາມ. ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟ​ຸກ ໃຫ້​ຮູ້​ວ່າ, ລັດ​ຖະ​ບານ​ຫວຽດ​ນາມ ໄດ້ອະ​ນຸ​ມັດ​ຜ່ານ​ຍຸດ​ທະ​ສາດ​ພັດ​ທະ​ນາ​ຂະ​ແໜງ​ອຸດ​ສາ​ຫະ​ກຳ​ລົດ​ໂອ​ໂຕ​ຮອດ​ປີ 2025, ວິ​ໄສ​ທັດ​ຮອດ​ປີ 2035 ແລະ ແຜນ​ການ​ພັດ​ທະ​ນາ​ຂະ​ແໜງ​ອຸດ​ສາ​ຫະ​ກຳ​​ລົດໂອ​ໂຕ​ຮອດ​ປີ 2020, ວິ​ໄສ​ທັດ​ຮອດ​ປີ 2030. ທ່ານ​ຮອງ​ນາ​ຍົກ​ສະ​ເໜີ​ໃຫ້​ກຸ່ມ​ບໍ​ລິ​ສັດໂຕ​ໂຢ​ຕາ ສ້າງ​ເງື່ອ​ນ​ໄຂ​ເພື່ອ​ໃຫ້​ບັນ​ດາ​ວິ​ສາ​ຫະ​ກິດ​ຫວຽດ​ນາມ ​ກາຍ​ເປັນ​ແຫ່ງ​ສະ​ໜອງ​ເຄື່ອງ​ອາ​ໄລ່​ໃຫ້​ກ​ຸ່ມບ​ໍ​ລິ​ສັດໂຕ​ໂຢ​ຕາ ໃນ​ໄລ​ຍ​ະ​ຈະ​ມາ​ເຖິງ.

      ສ່ວນ​ທ່ານ Nobuyori Kodaira ​ສະ​ເໜີ​ໃຫ້​ລັດ​ຖະ​ບານ​ຫວຽດ​ນາມ ສືບ​ຕໍ່​ສ້າງ​ເງື່ອນ​ໄຂ​ສະ​ດວກ​ໃຫ້​ບັນ​ດາ​ວິ​ສາ​ຫະ​ກິດ​ຍີ່​ປຸ​່ນ​ລົງ​ທຶນ, ດຳ​ເນີນ​ທຸ​ລະ​ກິດ​ຢູ່​ຫວຽດ​ນາມ.

ຂ່າວ/ບົດ​ອື່ນ