ຮອງນາຍົກລັດຖະມົນຕີຫວູດືກດາມເຂົ້າຮ່ວມພິທີໄຂງານວາງສະແດງ“ປະເທດຊາດ-ໄລຍະທາງ70ປີ”

ຮອງນາຍົກລັດຖະມົນຕີຫວູດືກດາມເຂົ້າຮ່ວມພິທີໄຂງານວາງສະແດງ“ປະເທດຊາດ-ໄລຍະທາງ70ປີ” - ảnh 1
ທ່ານຮອງນາຍົກລັດຖະມົນຕີ ເຂົ້າຮ່ວມງານວາງສະແດງ
(ພາບ: VGP/DinhNam)


(vovworld) –​​ “ປະ​ເທດ​ຊາດ - ​ໄລຍະ​ທາງ 70 ປີ​” ​ແມ່ນ​ຫົວ​ຂໍ້​ຂອງ​ງານ​ວາງສະ​ແດງ​ເອກະສານ ​ໂດຍ​ຫໍສະໝຸດ​ແຫ່ງ​ຊາດ ຫວຽດນາມ ສົມ​ທັບ​ກັບ​ກົມ​ເອກະສານ​ສຳ​ເນົາ​ແຫ່ງ​ລັດ ປະຕິບັດ ​ໄດ້​ໄຂ​ຂຶ້ນໃນຕອນ​ເຊົ້າ​ວັນ​ທີ 25/8, ຢູ່​ຮ່າ​ໂນ້ຍ. ງານ​​ວາງສະ​ແດງ​ໄດ້​ວາງສະ​ແດງ ​ເອກະສານ​ອັນ​ລ້ຳ​ຄ່າປະມານ 1.500 ຢ່າງ​ລວມມີ: ປື້​ມ, ໜັງສືພິມ, ວາລະສານ, ຮູບພາບ​,​…ກ່ຽວ​ກັບ​ການ​ປະຕິວັດ​ເດືອນ ສິງຫາ, ວັນຊາດ​ທີ 2/9, ປະທານ ​ໂຮ່ຈີ​ມິນ ດ້ວຍ​ພາລະກິດ​ປົດ​ປ່ອຍ​ຊາດ ​ແລະ ຜົນງານ​ຂອງ​ພາລະກິດ​ສ້າງສາ​ປະ​ເທດ​ຊາດ​ໃນ 70 ປີ​ຜ່ານ​ມາ. ນັກ​ປະຫວັດ​ສາດ ​ເຢືອງຈູງ​ກ໋ວກ ຜູ້​​ໃຫ້​ຄຳປຶກສາ​ດ້ານ​ເນື້ອ​ໃນ​ຂອງ​ງານ​ວາງສະ​ແດງ ​ໃຫ້​ຮູ້​ວ່າ:

        “ພວກ​ຂ້າພະ​ເຈົ້າ​ເລືອ​ກ​ເຟັ້ນບາງ​ຮູບ​ພາບ​ເອກະສານ​ປະຫວັດ​ສາດ​ໃນ​ຊຸມ​​ເດືອນປີທຳ​ອິດ, ​ເມື່ອການປະຕິວັດ​ຫາ​ກໍ​ສຳ​ເລັດ​ຜົນ​ ​ແລະ ຫາ​ກໍ່​ສະຖາປະນາ​ປະ​ເທດ ຫວຽດນາມ ​ເອກະລາດ​. ພວກ​ຂ້າພະ​ເຈົ້າ​ເລືອກ​ເຟັ້ນບັນດາ​ຮູບ​ພາບ​​ວັດທະນະທຳ​ເປັນ​ຕົ້ນຕໍ, ຕາມ​ຄຳ​ເວົ້າ​ຂອງ​ປະທານ ​ໂຮ່ຈີ​ມິນ ​ໃນ​ກອງ​ປະຊຸມ​ວັດທະນະທຳ​ທົ່ວ​ປະ​ເທດໃນເດືອນ 11 / 1946 ​ແມ່ນ (ວັດທະນະທຳ​ເຍືອງ​ທາງ​ໃຫ້​ປະຊາຊົນ​ທົ່ວ​ປະ​ເທດ). ຢູ່​ທີ່​ນີ້, ພວກ​ຂ້າພະ​ເຈົ້າ​ເລືອກ​ເຟັ້ນບັນດາ​ຮູບພາບ​​ກ່ຽວ​ກັບປະ​ເທດ​ໃໝ່, ຄຽງ​ຂ້າງ​ດ້ານເສດຖະກິດ ຊຶ່ງ​ສຳຄັນ​ທີ່​ສຸດ​ແມ່ນ​ວັດທະນະທຳ. ວັດທະນະທຳ​ສ້າງ​​ເປັນ​ສັງຄົມ​ໃໝ່, ມະນຸດ​ໃໝ່.”

ຂ່າວ/ບົດ​ອື່ນ