ຮອງນາຍົກລັດຖະມົນຕີຫວຽດນາມໂທລະສັບກັບລັດຖະມົນຕີການຕ່າງປະເທດອິນໂດເນເຊຍ

(VOVWORLD) - ວັນທີ 28/7, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ຟ້າມບິ່ງມິງ ໄດ້ໂອ້ລົມທາງໂທລະສັບກັບທ່ານ Retno Marsudi ລັດຖະມົນຕີການຕ່າງປະເທດອິນໂດເນເຊຍ

ຮອງນາຍົກລັດຖະມົນຕີຫວຽດນາມໂທລະສັບກັບລັດຖະມົນຕີການຕ່າງປະເທດອິນໂດເນເຊຍ - ảnh 1ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ຟ້າມບິ່ງມິງ

(ພາບອີນເຕີແນັດ)

ກ່ຽວກັບບັນຫາທີ່ກ່ຽວຂ້ອງເຖິງເລື່ອງກຳ່ປັ່ນຂອງກອງທັບເຮືອ ອິນໂດເນເຊຍທີ່ມີໝາຍເລກ 371 ໄດ້ຂັບໄລ່ ແລະ ຍີງປືນໃສ່ກຳ່ປັ່ນຫາປາ ບິ່ງດິ້ງ ຂອງ ຫວຽດນາມ ທີ່ມີໝາຍເລກ BD 31153 TS ເຮັດໃຫ້ຊາວປະມົງ ຫວຽດນາມ 02 ຄົນຖືກບາດເຈັບ.

        ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ຟ້າມບິ່ງມິງ ເນັ້ນໜັກວ່າ, ນີ້ແມ່ນເຫດທີ່ຮ້າຍແຮງ, ບໍ່ເໝາະສົມກັບການພົວພັນຄູ່ຮ່ວມມືຍຸດທະສາດ ຫວຽດນາມ - ອິນໂດເນເຊຍ ທີ່ພວມພັດທະນາຢ່າງຈົບງາມ. ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ຟ້າມບິ່ງມິງ ໃຫ້ຮູ້ວ່າ, ຫວຽດນາມວິຕົກກັງວົນທີ່ສຸດຕໍ່ເຫດການນີ້ ແລະ ສະເໜີຝ່າຍ ອິນໂດເນເຊຍ ຮີບເຮັ່ງດຳເນີນການສືບສວນເຫດການນີ້, ແຈ້ງຜົນແຫ່ງການສືບສວນໃຫ້ຝ່າຍ ຫວຽດນາມ ແລະ ຢຸດຕິບໍ່ໃຫ້ເກີດບັນດາການກະທຳທີ່ຄ້າຍຄືກັນ.

ຕອບກັບ

ຂ່າວ/ບົດ​ອື່ນ