ຮອງນາຍົກລັດຖະມົນຕີເຈືອງຮ່ວາບີງຮຽກຮ້ອງປ້ອງກັນຄວາມປອດໄພໃຫ້ແກ່ການເລືອກຕັ້ງຢ່າງເດັດຂາດ

ຮອງນາຍົກລັດຖະມົນຕີເຈືອງຮ່ວາບີງຮຽກຮ້ອງປ້ອງກັນຄວາມປອດໄພໃຫ້ແກ່ການເລືອກຕັ້ງຢ່າງເດັດຂາດ - ảnh 1

ຮອງ​ນາຍົກລັດຖະມົນຕີ​ເຈືອງ​ຮ່ວາ​ບີ​ງຮຽກຮ້ອງປ້ອງ​ກັນ
​ຄວາມ​ປອດ​ໄພ​ໃຫ້​​ແກ່​ການ​ເລືອກ​ຕັ້ງຢ່າງ​ເດັດຂາດ
(ພາບ: TTXVN)

(vovworld) - ຕອນ​ເຊົ້າ​ວັນ​ທີ 20/05, ທີ່​ການ​ກວດກາ​ວຽກ​ງານ​ຮັບປະກັນ​ຄວາມ​ເປັນ​ລະບຽບ​ຮຽບຮ້ອຍ​ແລະ​ຄວາມ​ປອດ​ໄພ​ທາງຄົມມະນາຄົມ​ ​ເມື່ອ​ຮັບ​ໃຊ້​​ໃຫ້​ແກ່ການ​ເລືອກ​ຕັ້ງສະມາຊິກ​ສະພາ​​ແຫ່ງ​ຊາດ​ຊຸດ​ທີ 14 ​ແລະ ສະມາຊິກ​ສະພາ​ປະຊາຊົນ​ທຸກ​ຂັ້ນ​ອາຍຸ​ການ 2016 – 2021 ຂອງ​ກົມ​ຕຳຫລວດ​ຈະລາ​ຈອນ, ທ່ານ​ຮອງ​ນາຍົກລັດຖະມົນຕີ ​ເຈືອງ​ຮ່ວາ​ບີ​ງ ​ເນັ້ນ​ໜັກ​ວ່າ: ການ​ເລືອກ​ຕັ້ງ​ສະມາຊິກ​ສະພາ​ແຫ່ງ​ຊາດ​ຊຸດ​ທີ 14 ​ແລະ ສະມາຊິກ​ສະພາ​ປະຊາຊົນ​ທຸກ​ຂັ້ນ​ອາຍຸ​ການ​ 2016 – 2021 ​ແມ່ນ​ເຫດການ​ດ້ານ​ການ​ເມືອງ ສຳຄັນ​​ພິ​ເສດ​ ຂອງ​ທົ່ວ​ພັກ, ທົ່ວ​ປວງຊົນ ​ແລະ ທົ່ວ​ກອງທັບ. ທ່ານ​ຮອງ​ນາຍົກລັດຖະມົນຕີ ​ເຈືອງ​ຮ່ວາ​ບີງ ຮຽກຮ້ອງ​ຕ້ອງ​ຮັບປະກັນຄວາມ​ສະຫງົບປອດ​ໄພ​ດ້ານ​ການ​ເມືອງ ​ ຄວາມ​ເປັນ​ລະບຽບ​ຮຽບຮ້ອຍ ​ແລະ ຄວາມ​ປອດ​ໄພ​ໃນ​ສັງຄົມ ​​ເພື່ອ​ໃຫ້ການ​ເລືອກ​ຕັ້ງດຳ​ເນີນປະສົບ​ຜົນສຳ​ເລັດ​ຢ່າງ​ຈົບງາມ. ການ​ເລືອກ​ຕັ້ງຕິ​ດພັນ​ກັບ​ບັນດາ​ເຫດການ​ສຳຄັນ​ອື່ນໆ ພິ​ເສດ​ແມ່ນ​ການ​ມາຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຂອງ​ທ່ານປະທານາທິບໍດີ ອາ​ເມ​ລິ​ກາ Barack Obama ຢູ່ ຮ່າ​ໂນ້ຍ, ດ້ວຍ​ເຫດ​ນັ້ນ ຄວາມຮຽກ​ຮ້ອງ​ຮັບປະກັນ​ຄວາມ​ສະຫງົບ​ປອດ​ໄພ, ຄວາມ​ເປັນ​ລະບຽບ​ຮຽບຮ້ອຍ​​ແມ່ນ​ໜ້າ​ທີ່​ອັນໜັກໜ່ວງ, ຄວນ​ສຸມໃສ່​ລະດົມ​ກຳລັງ​ແຮງ​ຂອງ​ລະບົບ​ການ​ເມືອງ, ຂອງ​ຕຳຫລວດ​ຈະລາ​ຈອນ ​ແລ​ະ ບັນດາ​ກຳລັງ​ຕຳຫລວດ​ອື່ນໆ​ ​ເພື່ອ​ຮັບປະກັນປະຕິບັດ​ສຳ​ເລັດ​ໜ້າ​ທີ່​ ທີ່ໄດ້​ວາງ​ອອກ.

ຂ່າວ/ບົດ​ອື່ນ