ຮອງນາຍົກລັດຖະມົນຕີເຈືອງຮ່ວາບິ່ງເຮັດວຽກກັບຄະນະສາສະໜາລັດຖະບານ

ຮອງນາຍົກລັດຖະມົນຕີເຈືອງຮ່ວາບິ່ງເຮັດວຽກກັບຄະນະສາສະໜາລັດຖະບານ - ảnh 1
ທ່ານ​ຮອງ​ນາຍົກລັດຖະມົນຕີ ​ເຈືອງ​ຮ່ວາ​ບິ່ງ​ ເຮັດ​ວຽກ​ກັບ​
ຄະນະ​ສາສະໜາ​ລັດຖະບານ ສັງກັດ​ກະຊວງ​ພາຍ​ໃນ
(ພາບ: VGP/LeSon)

(vovworld) - ຕອນ​ເຊົ້າ​ວັນ​ທີ 9/6, ຢູ່ ຮ່າ​ໂນ້ຍ, ທ່ານ​ຮອງ​ນາຍົກລັດຖະມົນຕີ ​ເຈືອງ​ຮ່ວາ​ບິ່ງ​ ເຮັດ​ວຽກ​ກັບ​ຄະນະ​ສາສະໜາ​ລັດຖະບານ ສັງກັດ​ກະຊວງ​ພາຍ​ໃນ. ທ່ານ​ຮອງ​ນາຍົກລັດຖະມົນຕີ ​ເຈືອງ​ຮ່ວາ​ບິ່ງ​ ​ເນັ້ນ​ໜັກ​ວ່າ, ໜຶ່ງ​ໃນ​ບັນດາ​ໜ້າ​ທີ່​ສຳຄັນ​ຂອງ​ຄະນະ​ສາສະໜາ​ລັດຖະບານ​ໃນ​ໄລຍະ​ຈະ​ມາ​ເຖິງ ​ແມ່ນ​ເລື່ອງ​ຜັນ​ຂະຫຍາຍ​ແຜນ​ຮ່າງ “ນະ​ໂຍບາຍ​ສັງ​ລວມກ່ຽວ​ກັບ​ການ​​ເຊື່ອຖື, ສາສະໜາ​ຢູ່ ຫວຽດນາມ“. ທ່ານ​ຮອງ​ນາຍົກລັດຖະມົນຕີ ​ເຈືອງ​ຮ່ວາ​ບິ່ງ​ ຮຽກຮ້ອງ​ຄະນະ​ສາສະໜາ​ລັດຖະບານ​ເປັນ​ເສນາ​ທິການ​ເພື່ອ​ປັບປຸງ​ກົດໝາຍ​ວ່າ​ດ້ວຍ​ການ​ເຊື່ອ​ຖື, ສາສະໜາ, ຮັບປະກັນ​ຄວາມ​ຄືບ​ໜ້າ, ຄຸນ​ນະພາ​ບ, ຍື່ນສະ​ເໜີ​ຕໍ່​ສະພາ​ແຫ່ງ​ຊາດ​ຊຸດ​ທີ 14 ຮັບຮອງ​ເອົາ. ທ່ານ​ຮອງ​ນາຍົກລັດຖະມົນຕີ ​ເຈືອງ​ຮ່ວາ​ບິ່ງ​ ກໍ່​ສະ​ເໜີ ຄະນະ​ສາສະໜາ​ລັດຖະບານ​ ຍື່ນ​ສະ​ເໜີ​ຕໍ່​ທ່ານ​ນາຍົກລັດຖະມົນຕີ​ແຜນ​ຮ່າງ​ເວທີ​ປາ​ໄສ​ພຸດ​ທະ​ສາສະໜາ ​ອາ​ຊຽນປີ 2016, ​ເຊິ່ງຄາດ​ວ່າ​ຈະ​ຈັດ​ຕັ້ງ​ຢູ່​ແຂວງ ນິງບິ່ງ​ໃນ​ເດືອນ 10 ປີ​ນີ້​ໂດຍ​ໄວ.

 

ຂ່າວ/ບົດ​ອື່ນ