ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ເວືອງ​ດິ່ງ​ເຫ້ວ​ຕ້ອນ​ຮັບ​ສະ​ຫະ​ສະ​ມາ​ຄົມ​ວິ​ສາ​ຫະ​ກິດ​ນີ​ເຊ​ເຣຍ-ຫວຽດ​ນາມ

(VOVWORLD) -ໃນຂອບເຂດການຢ້ຽມຢາມ ແລະ ເຮັດວຽກຢູ່ນີເຊເຣຍ, ຕອນເຊົ້າວັນທີ 29 ຕຸລາ (ຕາມເວລາທ້ອງຖິ່ນ), ຢູ່ນະຄອນຫຼວງ Abuja, ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ເວືອງດິ່ງເຫ້ວ ໄດ້ໃຫ້ການຕ້ອນຮັບສະຫະສະມາຄົມວິສາຫະກິດນີເຊເຣຍ - ຫວຽດນາມ ເຂົ້າຢ້ຽມຄ່ຳນັບຕາມພິທີທາງການທູດ.
ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ເວືອງ​ດິ່ງ​ເຫ້ວ​ຕ້ອນ​ຮັບ​ສະ​ຫະ​ສະ​ມາ​ຄົມ​ວິ​ສາ​ຫະ​ກິດ​ນີ​ເຊ​ເຣຍ-ຫວຽດ​ນາມ - ảnh 1 ທ່ານຮອງນາຍົກລັດຖະມົນຕີ ເວືອງດິ່ງເຫ້ວ ໃຫ້ການຕ້ອນຮັບສະຫະສະມາຄົມວິສາຫະກິດ ນີເຊເຣຍ - ຫວຽດນາມ (ພາບ: VGP)

ທີ່ການຕ້ອນຮັບ, ທ່ານຮອງນາຍົກລັດຖະມົນຕີ ເວືອງດິ່ງເຫ້ວ ໄດ້ຊົມເຊີຍບັນດາອົງການຈັດຕັ້ງ, ວິສາຫະກິດຂອງ ນີເຊເຣຍ ທີ່ໄດ້ສ້າງຕັ້ງສະຫະສະມາຄົມວິສາຫະກິດນີເຊເຣຍ - ຫວຽດນາມ, ສະເໜີໃຫ້ສະຫະສະມາຄົມ ແລະ ບັນດາວິສາຫະກິດຫວຽດນາມ ກ່ອນອື່ນໝົດແມ່ນສຸມໃສ່ຊຸກຍູ້ການຮ່ວມມືດ້ານການຄ້າ. ເພື່ອໜູນຊ່ວຍໃຫ້ແກ່ການເຕີບໂຕດ້ານການຄ້າ, ການຮ່ວມມືລົງທຶນລະຫວ່າງ 2 ປະເທດໃນໄລຍະຈະມາເຖິງ, ທ່ານຮອງນາຍົກລັດຖະມົນຕີ ເວືອງດິ່ງເຫ້ວ ໃຫ້ຮູ້ວ່າ, ຫວຽດນາມອາດຈະເປີດສາຍການບິນໂດຍກົງໄປ ຍັງນີເຊເຣຍ.

        ສ່ວນທ່ານ Sani Bako, ປະທານສະຫະສະມາຄົມວິສາຫະກິດນີເຊເຣຍ - ຫວຽດນາມ ປາດຖະໜາຢາກໃຫ້ບັນດາວິສາຫະກິດຫວຽດນາມ ເຂົ້າມາລົງທຶນໃນຂົງເຂດປູກໝາກມ່ວງຫິມະພານ ແລະ ໂຮງງານປຸງແຕ່ງໝາກມ່ວງຫິມະພານ ກໍ່ຄືບັນດາໂຮງງານປຸງແຕ່ງໄມ້ຢູ່ເນເຊເຣຍ ເພື່ອສົ່ງອອກໄປຍັງເອີລົບ.

ຕອບກັບ

ຂ່າວ/ບົດ​ອື່ນ