ຮອງນາຍົກລັດຖະມົນຕີເວືອງດິ່ງເຫ້ວຢ້ຽມຢາມກຸ່ມບໍລິສັດ Zurich Airport

(VOVWORLD) -ວັນທີ 22 ມັງກອນ, ໃນຂອບເຂດການເຂົ້າຮ່ວມກອງປະຊຸມປະຈຳປີເວທີປາໄສເສດຖະກິດໂລກ Davos ຢູ່ສະວິດ, ທ່ານຮອງນາຍົກລັດຖະມົນຕີ ເວືອງດິ່ງເຫ້ວ ໄດ້ໄປຢ້ຽມຢາມກຸ່ມບໍລິສັດ Zurich Airport

ຮອງນາຍົກລັດຖະມົນຕີເວືອງດິ່ງເຫ້ວຢ້ຽມຢາມກຸ່ມບໍລິສັດ Zurich Airport - ảnh 1 ທ່ານຮອງນາຍົກລັດຖະມົນຕີ ເວືອງດິ່ງເຫ້ວ ໄດ້ໄປຢ້ຽມຢາມກຸ່ມບໍລິສັດ Zurich Airport

(ພາບ: VGP)

ກຸ່ມບໍລິສັດແຖວໜ້າໃນຂົງເຂດລົງທຶນ, ຄຸ້ມຄອງທ່າອາກາດສະຍານ. ຢູ່ທີ່ນີ້, ທ່ານຮອງນາຍົກລັດຖະມົນຕີ ເວືອງດິ່ງເຫ້ວ ຢືນຢັນວ່າ, ຫວຽດນາມ ເອົາໃຈໃສ່ເຖິງການລົງທຶນພື້ນຖານໂຄງລ່າງດ້ານການບິນ ແລະ ລັດຖະບານຫວຽດນາມ ພວມສ້າງສຳເລັດກອບກົດໝາຍກ່ຽວກັບ PPP ເພື່ອແນໃສ່ປົກປ້ອງສິດ ແລະ ຜົນປະໂຫຍດອັນຊອບທຳຂອງບັນດາຝ່າຍເຂົ້າຮ່ວມ, ຮັບປະກັນໃຫ້ຕ່າງຝ່າຍຕ່າງມີຜົນປະໂຫຍດ. ທ່ານຮອງນາຍົກລັດຖະມົນຕີປາດຖະໜາວ່າ, ບັນດານັກລົງທຶນຢູ່ພາຍໃນ ແລະ ຕ່າງປະເທດ ຈະເຂົ້າຮ່ວມການກໍ່ສ້າງພື້ນຖານໂຄງລ່າງທ່າອາກາດສະຍານ, ສະໜາມບິນຢູ່ຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ