ຮອງ​ປະ​ທານ​, ເລ​ຂ​າ​ທິ​ການ​ໃຫຍ່​ຄະ​ນະ​ກຳ​ມະ​ການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດ​ນາມ ເຮົ່າ​ອາ​ເລັ່ງ ເຄ​ື່ອນ​ໄຫວ​ຢ້ຽມ​ຢາມ​ໄທ

(VOVWORLD) -ແຕ່ວັນທີ 26 – 30 ກັນຍາ, ຄະນະຜູ້ແທນຂັ້ນສູງແນວໂຮມປະເທດຊາດ ຫວຽດນາມໂດຍທ່ານຮອງປະທານ, ເລຂາທິການໃຫຍ່ຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ເຮົ່າອາເລັ່ງນຳໜ້າໄດ້ໄປຢ້ຽມຢາມ ແລະ ເຮັດວຽກຢູ່ໄທ.
ຮອງ​ປະ​ທານ​, ເລ​ຂ​າ​ທິ​ການ​ໃຫຍ່​ຄະ​ນະ​ກຳ​ມະ​ການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດ​ນາມ ເຮົ່າ​ອາ​ເລັ່ງ ເຄ​ື່ອນ​ໄຫວ​ຢ້ຽມ​ຢາມ​ໄທ - ảnh 1ທ່ານຮອງປະທານ, ເລຂາທິການໃຫຍ່ຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ເຮົ່າອາເລັ່ງໃນການເຮັດວຽກກັບລັດຖະສະພາໄທ (ພາບ: TTXVN) 

ທີ່ການພົບປະກັບທ່ານ ຮອງປະທານສະພາແຫ່ງຊາດ ໄທ ສຸພະໄຊ ໂພສຸ, ທ່ານຮອງປະທານ, ເລຂາທິການໃຫຍ່ຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ເຮົ່າອາເລັ່ງ ໄດ້ແຈ້ງໃຫ້ຊາບບາງຈຸດຕົ້ນຕໍກ່ຽວກັບບົດບາດ ແລະ ໜ້າທີ່ຂອງແນວໂຮມປະເທດຊາດ ຫວຽດນາມ, ສອງຝ່າຍໄດ້ແລກປ່ຽນກ່ຽວກັບສະພາບການຂອງແຕ່ລະປະເທດໃນໄລຍະທີ່ຜ່ານມາແລະ ຕີລາຄາສູງໝາກຜົນການຮ່ວມມືລະຫວ່າງສອງປະເທດໃນຂົງເຂດຕ່າງໆ, ພ້ອມທັງຖືວ່າສອງປະເທດຄວນສືບຕໍ່ຍູ້ແຮງການພົວພັນຮ່ວມມືໃນທຸກຂົງເຂດແນໃສ່ເສີມຂະຫຍາຍທ່າແຮງບົ່ມຊ້ອນຂອງແຕ່ລະປະເທດເພື່ອຄວາມວັດທະນະຖະວອນຂອງແຕ່ລະປະເທດ.

        ທີ່ການພົບປະກັບສະມາຄົມມິດຕະພາບໄທ - ຫວຽດນາມໃນວັນທີ 27 ກັນຍາ, ທ່ານຮອງປະທານຜູ້ທີ ໜຶ່ງສະມາຄົມມິດຕະພາບໄທ - ຫວຽດນາມ ປຣາປາສັກ ໄດ້ຢັ້ງຢືນເຖິງບົດບາດແລະ ຄວາມສຳຄັນຂອງສະມາຄົມມິດຕະພາບຂອງສອງປະເທດໃນການຊຸກຍູ້ການພົວພັນແລກປ່ຽນປະຊາຊົນ, ເພີ່ມທະວີການຮ່ວມມືຄວາມເຂົ້າອົບເຂົ້າໃຈກັນທາງດ້ານວັດທະນະທຳ ແລະ ປະຊາຊົນ ຂອງສອງປະເທດ. ສ່ວນທ່ານ ເຮົ່າອາເລັ່ງ, ໄດ້ຕີລາຄາສູງໝາກຜົນແຫ່ງການເຄື່ອນໄຫວຂອງ ສອງສະມາຄົມມິດຕະພາບ ຂອງ ສອງປະເທດປະກອບສ່ວນຊຸກຍູ້ການຮ່ວມມືລະຫວ່າງປະເທດໃຫ້ເຂົ້າສູ່ລວງເລິກໃນທຸກຂົງເຂດ.

ຕອບກັບ

ຂ່າວ/ບົດ​ອື່ນ