ຮອງ​ປະ​ທານ​ຜູ້​ປະ​ຈຳ​ການ​ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ເຈິ່ນ​ແທັງ​ເໝິນ ໄປ​ຢ້ຽມ​ຢາມ VOV ເນື່ອງ​ໃນ​ໂອ​ກາດວັນ​ສື່ມວນ​ຊົນ​ປະ​ຕິ​ວັດ ຫວຽດ​ນາມ

(VOVWORLD) -ຕອນເຊົ້າວັນທີ 19 ມິຖຸນາ, ທ່ານຮອງປະທານຜູ້ປະຈຳການສະພາແຫ່ງຊາດ ຫວຽດນາມ ເຈິ່ນແທັງເໝິນ ໄດ້ໄປຢ້ຽມຢາມ ແລະ ອວຍພອນພະນັກງານ, ນັກຂ່າວ, ນັກສິລະປິນ, ນັກເຕັກນິກຂອງວິທະຍຸກະຈາຍສຽງ ຫວຽດນາມ (VOV) ເນື່ອງໃນໂອກາດສະເຫຼີມສະຫຼອງວັນສື່ມວນຊົນປະຕິວັດ ຫວຽດນາມ ຄົບຮອບ 96 ປີ (21/6/1925 – 21/06/2021). 
ຮອງ​ປະ​ທານ​ຜູ້​ປະ​ຈຳ​ການ​ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ເຈິ່ນ​ແທັງ​ເໝິນ ໄປ​ຢ້ຽມ​ຢາມ VOV ເນື່ອງ​ໃນ​ໂອ​ກາດວັນ​ສື່ມວນ​ຊົນ​ປະ​ຕິ​ວັດ ຫວຽດ​ນາມ - ảnh 1ທ່ານຮອງປະທານຜູ້ປະຈຳການສະພາແຫ່ງຊາດ ຫວຽດນາມ ເຈິ່ນແທັງເໝິນ ກ່າວຄຳເຫັນ (ພາບ: TTXVN)

ນະທີ່ນີ້, ທ່ານເຈິ່ນແທັງເໝິນ ໄດ້ຢັ້ງຢືນວ່າ, ໃນສະພາບການໂລກລະບາດໂຄວິດ - 19 ພວມມີການຜັນແປຢ່າງສັບສົນ, ບັນດາຜົນງານສຳຄັນທີ່ບັນລຸໄດ້ໃນການພັດທະນາເສດຖະກິດ - ສັງຄົມຂອງປະເທດ ແມ່ນຍ້ອນມີການຊີ້ນຳນຳພາຂອງ ພັກ, ລັດ, ແມ່ນກຳລັງເຫື່ອແຮງຂອງປະຊາຊົນ, ໃນນັ້ນ ຍັງມີການປະກອບສ່ວນສຳຄັນຂອງບັນດາອົງການສື່ມວນຊົນເວົ້າລວມ, ພິເສດແມ່ນວິທະຍຸກະຈາຍສຽງ ຫວຽດນາມ ເວົ້າສະເພາະ. ທ່ານຮອງປະທານຜູ້ປະຈຳການ ສະພາແຫ່ງຊາດ ຫວຽດນາມ ເຈິ່ນແທັງເໝິນ ເນັ້ນໜັກວ່າ:

“ຂ້າພະເຈົ້າປາດຖະໜາວ່າ ໃນໄລຍະຈະມາເຖິງ, ການນຳວິທະຍຸກະຈາຍສຽງ ຫວຽດນາມ ຈະສືບຕໍ່ມີການປ່ຽນແປງໃໝ່ໃນການປະຕິບັດບັນດາໜ້າທີ່ທາງການເມືອງ, ຍົກສູງລະດັບຄວາມຮູ້ຢ່າງບໍ່ຢຸດຢັ້ງ ແລະ ສຸມໃສ່ລົງທຶນເຂົ້າໃນການປະກອບອຸປະກອນເຄື່ອງຈັກ; ສືບຕໍ່ແມ່ນຂົວຕໍ່ສຳຄັນ ລະຫວ່າງສະພາແຫ່ງຊາດ, ຄະນະປະຈຳສະພາແຫ່ງຊາດ ກັບປະຊາຊົນ, ຜູ້ມີສິດເລືອກຕັ້ງໃນທົ່ວປະເທດ”.

ໃນຕອນເຊົ້າຂອງວັນດຽວກັນ, ຜູ້ຕາງໜ້າອຳນາດການປົກຄອງບັນດາທ້ອງຖິ່ນຄື ແຂວງ ຕວຽນກວາງ, ກວ໋າງນິງ… ກໍໄດ້ມາຢ້ຽມຢາມ ແລະ ອວຍພອນວິທະຍຸກະຈາຍສຽງ ຫວຽດນາມ ເນື່ອງໃນໂອກາດວັນສື່ມວນຊົນປະຕິວັດ ຫວຽດນາມ ເຊັ່ນດຽວກັນ. 

ຕອບກັບ

ຂ່າວ/ບົດ​ອື່ນ